Saturday, July 27, 2024
Homeຂ່າວການເມືອງຢ້ຽມຊົມຮູບພາບຊີວິດ-ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ

ຢ້ຽມຊົມຮູບພາບຊີວິດ-ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ

ຄະນະຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ ນໍາໂດຍ ທ່ານ ພັຕ ບົວໄລ ສີສຸລາດ ຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ເຂົ້າຢ້ຽມຊົມງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ” ໃນວັນທີ 14 ກຸມພາ 2024 ເນື່ອງໃນໂອກາດສະເຫລີມສະຫລອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໂດຍມີໜ່ວຍຊາວໜຸ່ມຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ທ່ານ ພັຕ ບົວໄລ ສີສຸລາດ ໄດ້ກ່າວວ່າ: ການເຂົ້າຢ້ຽມຊົມງານວາງສະແດງຮູບພາບຄັ້ງນີ້, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນມາໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ກໍຄື ສະ ມາຊິກຊາວໜຸ່ມກົມໃຫຍ່ການເມືອງ ປກສ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ພ້ອມກັນສືບຕໍ່ສ້າງ ສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມອຸດົມການຂອງພັກຢ່າງມີໄຊ.

ການງານສະແດງ ໄດ້ແບ່ງອອກເປັນ 5 ພາກ ຄື: ພາກທີ 1 ບ້ານເກີດເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມ ຂອງປະທານ ຄຳໄຕ ສີພັນດອນ (1924- 1946); ພາກທີ 2 ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະລະພາບ, ຕ້ານກັບການຮຸກຮານ, ຢຶດຄອງຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກ (1947-1954); ພາກທີ 3 ປະທານ ຄຳໄຕ ສີພັນດອນ ປະກອບ ສ່ວນນໍາພາ ການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກມື (1955-1975); ພາກທີ 4 ປະທານ ຄຳໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາ-ຊີ້ນໍາ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສືບຕໍ່ນໍາພາພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ ຢ່າງມີໄຊຕະຫລອດມາ (1976-ປັດຈຸບັນ) ແລະ ພາກທີ 5 ປະທານ ຄຳໄຕ ສີພັນດອນ ກັບວຽກງານການຕ່າງປະເທດ. ໃນຈໍານວນ 5 ພາກນັ້ນ, ປະກອບມີບັນດາຮູບພາບວາງສະແດງ 275 ແຜ່ນ, ເອກະສານ ຈຳນວນ 30 ສະບັບ ແລະ ວັດຖຸພັນ ຈຳນວນ 20 ລາຍການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments