Sunday, September 8, 2024
HomeUncategorizedລາວ-ອິນເດຍ ແລກປ່ຽນດ້ານການລົງທຶນ ສົ່ງເສີມການຄ້າ ແລະ ເສດຖະກິດ

ລາວ-ອິນເດຍ ແລກປ່ຽນດ້ານການລົງທຶນ ສົ່ງເສີມການຄ້າ ແລະ ເສດຖະກິດ

ກອງປະຊຸມທຸລະກິດ ແລະ ການລົງທຶນລະຫວ່າງ ອິນເດຍ-ລາວ ຈັດຂຶ້ນໃນວັນທີ 12 ກຸມພາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປຣາຊານ ອາກຣໍວາລ ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ຣາຈິບ ສິງ (Rajiv Singh) ຜູ້ອຳນວຍການໃຫຍ່ສະພາການຄ້າອິນເດຍ, ທ່ານ ດາໂຕ້ ຣາເມສ ໂກດຳມໍ (Dato Ramesh Kodammal) ປະທານສະພາທຸລະກິດອາຊຽນ-ອິນເດຍ, ພ້ອມດ້ວນພະນັກງານວິຊາການ ຈາກພາກສ່ວນລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ທະນົງສິງ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງສະພາການຄ້າລາວ ແລະ ສະພາທຸລະກິດອິນເດຍ ແມ່ນເຮັດວຽກນຳກັນຢ່າງໃກ້ຊິດ ໂດຍໄດ້ຊຸກຍູ້ໃຫ້ພາກສ່ວນທຸລະກິດມີສ່ວນຮ່ວມ, ຮ່ວມມື ແລະ ເຂົ້າຮ່ວມງານສຳຄັນຕ່າງໆ ໂດຍສະເພາະ ກອງປະຊຸມອິນໂດປາຊີຟິກ, ກອງປະຊຸມທຸລະກິດ ອາຊຽນ-ອິນເດຍ, ກອງປະຊຸມທຸລະກິດຕ່າງໆ, ງານວາງສະແດງສິນຄ້າ, ການພົບປະຜູ້ຊື້-ຜູ້ຂາຍ, ການແລກປ່ຽນຢ້ຽມຢ້າມບັນດາການນຳຂັ້ນສູງ ລະຫວ່າງ ປະເທດລາວ-ອິນເດຍ ແລະ ອື່ນໆ; ປະເທດອິນເດຍ ມີເສດຖະກິດທີ່ດີ ເຊິ່ງເປັນຕະຫລາດຂະໜາດໃຫຍ່ສຳລັບການສົ່ງອອກສິນຄ້າຈາກ ສປປ ລາວ ແລະ ທ່າແຮງການລົງທຶນດ້ານອຸດສະຫະກຳໃນ ສປປ ລາວ. ພ້ອມນີ້, ຍັງມີໂອກາດສູງໃນການລົງທຶນດ້ານກະສິກຳ ແລະ ປຸງແຕ່ງອາຫານ, ການຂຸດຄົ້ນແຫລ່ງຊັບພະຍາກອນບໍ່ແຮ່, ການທ່ອງທ່ຽວ ແລະ ຂະແໜງ ການອື່ນໆທີ່ສາມາດພັດທະນາໄດ້ ໃນ ສປປ ລາວ ເຊິ່ງການພົບປະໃນຄັ້ງນີ້, ໄດ້ເປີດໂອກາດໃນການແລກປ່ຽນດ້ານການລົງທຶນທີ່ຈະສາມາດສົ່ງເສີມການຄ້າ ແລະ ເສດຖະກິດ ລະຫວ່າງສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ຍັງໄດ້ແລກປ່ຽນປະສົບການດ້ານທຸລະກິດທີ່ດີເຊັ່ນ: ດ້ານບໍ່ແຮ່, ເຫລັກ, ໂລຈິສຕິກ, ການຂົນສົ່ງ, ການທ່ອງທ່ຽວ, ການຮັກສາສຸຂະພາບ, ກະສິກຳ, ພື້ນຖານໂຄງລ່າງ, ແຜ່ນແພ ແລະ ອື່ນໆ.

ຜ່ານກອງປະຊຸມຄັ້ງນີ້, ນັກທຸລະກິດອິນເດຍ ຫລື ສະພາທຸລະກິດອາຊຽນ-ອິນເດຍ ຈະຊ່ວຍສົ່ງເສີມການລົງທຶນ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະການຮ່ວມມືກັບບໍລິສັດລາວ ໃນຫລາຍຂະແໜງການ ເພື່ອຕ່າງຝ່າຍຕ່າງພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ການລົງທຶນທຸລະກິດຢູ່ລາວ ບໍ່ພຽງແຕ່ສາມາດເຂົ້າເຖິງຕະຫລາດລາວ ແຕ່ຍັງສາມາດເຂົ້າເຖິງຕະຫລາດອາຊຽນ ອີກດ້ວຍ. ປັດຈຸບັນ, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ມີຫລາຍໂຄງການພາຍໃຕ້ການພັດທະນາ ແລະ ຕ້ອງການຄວາມຊ່ວຍເຫລືອຈາກ ນັກທຸລະກິດຕ່າງປະເທດໃນຫລາຍຂະແໜງການເຊັ່ນ: ໂຄງການພະລັງງານ, ກໍ່ສ້າງ, ຂົວທາງ, ກະສິກຳ, ໂຮງແຮມ, ທ່ອງທ່ຽວ, ໄອຊີທີ, ແຜ່ນແພ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments