Saturday, July 27, 2024
Homeຂ່າວໜ້າໜຶ່ງທູດລາວ ຍື່ນສານຕາຕັ້ງຕໍ່ສົມເດັດ ພະຣາຊາຄຣັງ ດຸກ ແຫ່ງຣາຊະອານາຈັກ ລຸກຊຳບວກ

ທູດລາວ ຍື່ນສານຕາຕັ້ງຕໍ່ສົມເດັດ ພະຣາຊາຄຣັງ ດຸກ ແຫ່ງຣາຊະອານາຈັກ ລຸກຊຳບວກ

ເມື່ອບໍ່ດົນມານີ້, ຢູ່ພະຣາຊະວັງ Palais grand-ducal ທີ່ ລຸກຊຳບວກ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ຄຣັງດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກ ລຸກຊຳບວກ ໂດຍມີສະຖານທູດ ຕັ້ງຢູ່ ບຣຸກແຊນ, ປະເທດ ແບນຊິກ.

ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບກຽດໂອ້ລົມກັບ ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ດ້ວຍບັນຍາກາດອັດທະຍາໄສໄມຕີຈິດອັນດີ ເຊິ່ງທ່ານທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ລັດຖະບານ ແລະ ປະຊາຊົນລຸກຊຳບວກ ທຸກຖ້ວນໜ້າ. ພ້ອມນີ້, ທ່ານ ທູດ ຍັງໄດ້ກ່າວໃນນາມຕາງໜ້າລັດຖະບານລາວ ວ່າ ສປປ ລາວ ຕີລາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ແມ່ນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກລຸກຊຳບວກ ແລະ ການເດີນທາງໄປຢ້ຽມຍາມ ສປປ ລາວ ຂອງ ສົມເດັດ ພະຣາຊາ ຄຣັງ ດຸກ ເຊິ່ງເປັນຂີດໝາຍສຳຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ.

ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ຄຣັງ ດຸກ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ກໍໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄຳອວຍພອນຢື້ຢາມຖາມຂ່າວຄືນເຖິງ ປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ, ທັງໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຄົນໃໝ່ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດທຸກປະການ.

ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊຳບວກ ໄດ້ເລີ່ມຕົ້ນມີມາແຕ່ ປີ 1996 (ກ່ອນສ້າງຕັ້ງ ສາຍພົວພັນການທູດ ໃນປີ 1997), ລັດຖະບານ ລຸກຊຳບວກ ໄດ້ເລີ່ມໃຫ້ການຊ່ວຍເຫລືອແກ່ ສປປ ລາວ ດ້ວຍມູນຄ່າ ປະ ມານ 2 ລ້ານ ໂດລາສະຫະລັດ ຕໍ່ປີ. ສິ່ງທີ່ພົ້ນເດັ່ນທີ່ສຸດ ປີ 2001 ລຸກຊໍາບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫລືອ (Target Country), ທັງສອງປະເທດໄດ້ລົງນາມໃນແຜນງານການຮ່ວມມື ລະຫວ່າງ ສອງລັດຖະບານ ຫລື Indicative Cooperation Programme (ICP) ເຮັດໃຫ້ການຊ່ວຍເຫລືອຈາກ ລຸກຊຳບວກ ໃຫ້ແກ່ການພັດທະນາໃນ ລາວ ນັບມື້ນັບເພີ່ມຂຶ້ນ, ລວມມູນຄ່າການຊ່ວຍເຫລືອທັງໝົດ ນັບແຕ່ ICP I-V (2003-2027) ປະມານ 299 ລ້ານ ເອີໂຣ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments