Sunday, September 8, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ພົບກັບຄູ່ຮ່ວມຕໍາແໜ່ງ ບັນດາປະເທດເພື່ອນມິດ

ລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ພົບກັບຄູ່ຮ່ວມຕໍາແໜ່ງ ບັນດາປະເທດເພື່ອນມິດ

ໃນວັນທີ 12 ກໍລະກົດ 2023, ທີ່ ນະຄອນຫລວງ ຈາກາກຕາ, ປະເທດອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ ເປັນຕົ້ນແມ່ນ ພົບປະສອງຝ່າຍກັບ ທ່ານ ເບັນດິໂຕ ໂດດ ຊານໂຕດ ເຟຣອີຕາດ (Bendito dos Santos Freitas), ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຕີມໍແລັດສະເຕ ແລະ ຄະນະ, ສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັນເປັນຄັ້ງທໍາອິດ ນັບຕັ້ງແຕ່ ທ່ານ ເບັນດິໂຕ ໂດດ ຊານໂຕດ ເຟຣອີຕາດ ໄດ້ເຂົ້າຮັບຕໍາແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ໃນວັນທີ 1 ກໍລະກົດ 2023 ເປັນຕົ້ນມາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍໍ່ເນື່ອງ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ. ພ້ອມນີ້, ສອງຝ່າຍຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຮັດແໜ້ນການພົວພັນຮ່ວມມືໃນຂອບສອງຝ່າຍ ກໍຄື ຫລາຍຝ່າຍ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ ຕີມໍແລັດສະເຕ ໃນການເຂົ້າເປັນສະມາຊິກອາຊຽນ.

ໃນຕອນບ່າຍວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ພົບປະກັບທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ຍາວນານ ລະຫວ່າງສອງປະເທດຕະຫລອດໄລຍະ 7 ທົດສະວັດຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະແມ່ນຜົນສໍາເລັດ ການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ລວມທັງການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ພ້ອມກັນນັ້ນ, ສອງຝ່າຍໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບສອງຝ່າຍ ກໍຄືການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະແມ່ນໃນຖານະທີ່ ສປປລາວ ເປັນປະເທດປະສານງານອາຊຽນ-ອົດສະຕຣາລີ, ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນ ນໍາກັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ, ທັງການຊ່ວຍເຫລືອເພື່ອການພັດທະນາ ກໍຄື ການກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້.

ຫລັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ພົບປະສອງຝ່າຍກັບ ທ່ານ ນາງ ນານາຍອັນ ມາຫຸຕາ (Nanaia MAHUTA), ລັດຖະມົນຕີຕ່າງປະເທດ ແຫ່ງ ນິວຊີແລນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ນິວຊີແລນ ທີ່ໄດ້ຮັບການພັດທະນາ ໃນຕະຫລອດໄລຍະຜ່ານມາ, ທັງລະຫວ່າງລັດຖະບານຕໍ່ລັດຖະບານ ກໍຄື ການພົວພັນລະຫວ່າງປະຊາຊົນສອງປະເທດ. ພິເສດ, ປີ 2023 ນີ້ ແມ່ນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ. ພ້ອມນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບການພົວພັນຮ່ວມມື ອາຊຽນ-ນິວຊີແລນ ກໍຄື ບັນດາສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ໃນໂອ ກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕະຫລອດມາ ໂດຍສະເພາະແມ່ນຂະແໜງການສຶກສາ ທີ່ໄດ້ໃຫ້ທຶນການສຶກສາ ທັງໄລຍະສັ້ນ ແລະ ໄລຍະຍາວ ລວມທັງການຊ່ວຍເຫລືອໃນຂະແໜງການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ.

ພ້ອມກັນນັ້ນ, ຍັງໄດ້ການພົບປະສອງຝ່າຍ ລະຫວ່າງ ທ່ານ ຮອງນາຍົກລັດຖະມົນຕີ ກັບ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະ ເທດ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ວ່າດ້ວຍ ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະຂົງເຂດການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ພ້ອມນີ້, ສອງຝ່າຍໄດ້ເຫັນດີໃຫ້ສືບຕໍ່ຈັດກອງປະຊຸມປຶກສາຫາລື ທາງດ້ານການເມືອງລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ, ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ລາວ ແລະ ຣັດເຊຍ ຄັ້ງທີ 17 ວ່າດ້ວຍການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ແລະ ກອງປະຊຸມລະດັບອື່ນໆ; ຈະສືບຕໍ່ສົ່ງເສີມການຮ່ວມມືທາງດ້ານການຄົມມະນາຄົມທາງອາກາດ, ການທ່ອງທ່ຽວ, ດ້ານເສດຖະກິດ, ດ້ານພະລັງງານ ແລະ ອື່ນໆ; ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ໃນໂລກ.

ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ໄດ້ພົບປະສອງຝ່າຍກັບ ທ່ານ ດຣ ສຸບຣາມານຢໍາ ໃຈຊັງກ່າ (Dr. Subramanyan Jaishankar), ລັດຖະມົນຕີວຽກງານພາຍນອກ ແຫ່ງ ສ ອິນເດຍ. ໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບກັນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ນັບມື້ນັບຂະຫຍາຍຕົວຕະຫລອດໄລຍະ 67 ປີ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືດ້ານຕ່າງໆໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດກອງປະຊຸມປຶກສາຫາລື ລະ ຫວ່າງສອງກະຊວງການຕ່າງປະເທດ ລາວ-ອິນເດຍ ຄັ້ງທີ 3, ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ການຮ່ວມມືໃນຂອບອາຊຽນ-ອິນເດຍ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ສໍາລັບການຊ່ວຍເຫລືອທີ່ມີຕໍ່ ສປປ ລາວ ໄລຍະຜ່ານມາ ໂດຍສະເພາະແມ່ນຂົງເຂດການສຶກສາ, ກະສິກໍາ, ຊົນລະປະທານ, ຂົງເຂດຄົມມະນາຄົມຂົນສົ່ງ ແລະ ດ້ານອື່ນໆ ກໍຄື ການສະໜັັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments