Saturday, July 27, 2024
Homeທຸລະກິດປີ 2023 ເສດຖະກິດເຊກອງຂະຫຍາຍຕົວ 0,5%

ປີ 2023 ເສດຖະກິດເຊກອງຂະຫຍາຍຕົວ 0,5%

ທ່ານ ຄຳປະກອນ ອຸເທນທະປັນຍາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ວຽກງານການເງິນ ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ເສດຖະກິດແຂວງເຊກອງຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 5,5% ລື່ນແຜນ 0,5% ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2.709 ຕື້ກີບ, ສະເລ່ຍໃສ່ຫົວຄົນເທົ່າກັບ 19,8 ລ້ານກີບ ຫຼື ເທົ່າກັບ 917 ໂດລາຕໍ່ຄົນຕໍ່ປີ.

ທ່ານ ຄຳປະກອນ ອຸເທນທະປັນຍາ ກ່າວຕື່ມວ່າ: ສາເຫດທີ່ເຮັດໃຫ້ເສດຖະກິດຢູ່ແຂວງເຊກອງຂະຫຍາຍຕົວເພີ່ມຂຶ້ນ ແມ່ນຍ້ອນຫຼາຍປັດໃຈ ເປັນຕົ້ນແມ່ນການຜະລິດຂອງຂະແໜງກະສິກໍາ, ອຸດສະຫະກໍາ ແລະ ການບໍລິການ ມີການເພີ່ມຂຶ້ນ ເມື່ອທຽບໃສປີຜ່ານມາ ແລະ ກິດຈະກໍາການຜະລິດໄດ້ຮັບການປັບປຸງ ແລະ ເກີດຂຶ້ນໃໝ່ເຊັ່ນ: ພຶດສະບຽງອາຫານ, ພືດເປັນສິນຄ້າ, ສັດລ້ຽງ, ແຮ່ທາດ, ເຂື່ອນໄຟຟ້າ ແລະ ການບໍລິການ ໃນປີດຽວກັນລາຄາຜົນຜະລິດກໍເພີ່ມຂຶ້ຶ້ນສູງ; ເຮັດໃຫ້ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ທັງໝົດ 2.709 ຕື້ກີບ, ເຮັດໃຫ້ (GDP) ຕໍ່ຫົວຄົນຕໍ່ປີບັນລຸໄດ້ 19,8 ລ້ານກີບ. ໃນນັ້ນ, ຂະແໜງກະສິກໍາ ແລະ ປ່າໄມ້ ເພີ່ມຂຶ້ນ 4,01% ກວມເອົາ 59,98% (ແຜນ 5,4%, ກວມເອົາ 67,8%); ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 6,6% ກວມເອົາ 24,6% (ແຜນ 3,9%, ກວມເອົາ 16,7%) ແລະ ຂະແໜງບໍລິການ ເພີ່ມຂຶ້ນ 5,9% ກວມເອົາ 15,4% (ແຜນ 5,2%, ກວມເອົາ 15,4%) ຂອງ (GDP), ຊຶ່ງເຮັດໃຫ້ເສດຖະກິດເພີ່ມຂຶ້ນ 5,5%.

ສຳລັບແຜນການປີ 2024 ແຂວງຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 6% ຂຶ້ນໄປ ທຽບໃສ່ປິຜ່ານມາ, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) 3.057 ກວ່າຕື້ກີບ ແລະ ມີລາຍໄດ້ (GDP) ສະເລ່ຍຕໍ່ຫົວຄົນຕໍ່ປີ 21,9 ລ້ານກີບ. ໃນນັ້ນ, ຂະແໜງກະສິກໍາເພີ່ມຂຶ້ນ 5,3% ກວມເອົາ 59%, ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 9,2% ກວມເອົາ 25,32% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 3,90% ກວມເອົາ 15,68% ຂອງ (GDP).

(ຂ່າວ:ພຸດທະສອນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments