Home ບຸນປະເພນີ ງານບຸນກະບອງໃຫຍ່ເຜົ່າບຣູ ຕິດພັນກັບພິທີເປີດປີທ່ອງທ່ຽວເມືອງ

ງານບຸນກະບອງໃຫຍ່ເຜົ່າບຣູ ຕິດພັນກັບພິທີເປີດປີທ່ອງທ່ຽວເມືອງ

0

ການເປີດປີທ່ອງທ່ຽວ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນພ້ອມໆກັບງານບຸນປະເພນີ ສືບສານຕຳນານບຸນກະບອງໃຫຍ່ ຂອງພີ່ນ້ອງຊົນເຜົ່າບຣູ ເມືອງອາດສະພອນ. ພິທີດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ຢູ່ທີ່ບໍລິເວນວັດບ້ານໂພນງາມ ເມືອງດັ່ງກ່າວ ໂດຍການເປັນປະທານ ແລະ ກ່າວເປີດງານຂອງທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ, ມີບັນດາແຂກຈາກພາກສ່ວນຕ່າງໆທັງພາຍໃນແຂວງ ແລະ ເມືອງເຂົ້າຮ່ວມ.

ງານບຸນປະເພນີສືບສານຕຳນານບຸນກະບອງໃຫຍ່ ຂອງຊົນເຜົ່າບຣູ ໄດ້ຈັດຂຶ້ນເປັນປະຈຳໃນທຸກໆປີ ໂດຍຈະກຳນົດເອົາມື້ແຮມ 3 ຄໍ່າ ຂອງເດືອນ 3 ລາວ, ຊຶ່ງການຈັດງານໃນປີນີ້ພໍດີກົງກັບ ການເປີດປີທ່ອງທ່ຽວລາວ 2024. ສະເພາະເມືອງອາດສະພອນ ໄດ້ກໍານົດເອົາ ງານສືບສານຕໍານານບຸນກະບອງໃຫຍ່ເຜົ່າບຣູເປັນມື້ເປີດງານ ແລະ ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ.

ຕາມຕຳນານເລົ່າສືບທອດກັນມາ, ການເຮັດບຸນກະບອງໃຫຍ່ ແມ່ນຈະຈັດຂຶ້ນພາຍຫຼັງທີ່ພໍ່ແມ່ປະຊາຊົນ ໄດ້ສຳເລັດກນເກັບກ່ຽວມ້ຽນມັດເຂົ້າໄຮ່, ເຂົ້ານາປີ ລວມທັງຜົນລະປູກຕ່າງໆແລ້ວ, ຊຶ່ງຄັ້ງທຳອິດແມ່ນໄດ້ຈັດຂື້ນຢູ່ທີ່ວັດປ່າ ສີສະອາດໄຊຍະຣາມ ບ້ານ ໂພນງາມ ໃນປີ ຄສ 2008.

ການເປີດປີທ່ອງທ່ຽວຂອງເມືອງອາດສະພອນ ທີ່ຕິດພັນກັບງານບຸນປະເພນີ ສືບສານຕຳນານບຸນກະບອງໃຫຍ່ເຜົ່າບຣູໃນປີນີ້, ແມ່ນຄຶກຄື້ນມ່ວນຊື່ນຫຼາຍ ພາຍໃນງານມີການສະແດງສິລະປະວັນນະຄະດີ ຂອງຄະນະສະຫະພັນແມ່ຍິງບ້ານ, ການສະແດງຟ້ອນກອງຕຸ້ມ-ກອງຫາງຂອງຄະນະຊາວໝຸ່ມບ້ານ, ຟ້ອນຂອງນ້ອງນັກຮຽນ ຈາກໂຮງຮຽນແຫ່ງຕ່າງໆ ແລະ ເປົ່າແຄນດ່ຽວ, ລຳຜູ້ໄທ, ລຳຄອນສະຫວັນ, ລຳບ້ານຊອກ ແລະ ລຳຕັ່ງຫວາຍ. ນອກຈາກນີ້, ຍັງມີຮ້ານວາງສະແດງຜະລິດຕະພັນຕ່າງໆ ທາງດ້ານກະສິກຳ, ອຸດສາຫະກຳ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳພື້ນບ້ານອື່ນໆ. ສໍາຫຼັບກິດຈະກໍາ ການຈູດກະບອງໃຫຍ່ຂອງເຜົ່າບຣູ ແມ່ນຈະເລີ່ມຂຶ້ນໃນຕອນຄໍ່າຄືນ ຂອງວັນທີ 12 ກຸມພາ 2024 ໃນລະຫວ່າງ 2 ໂມງເຊົ້າ, ຈາກນັ້ນ ໃນຕອນເຊົ້າ ກໍຈະມີການຕັກບາດຖວາຍສັງຄະທານແດ່ພະສົງ.

(ຂ່າວ: ເມືອງອາດສະພອນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version