Wednesday, May 15, 2024
Homeຂ່າວໜ້າໜຶ່ງທ່ານນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນລຸກຊໍາບວກ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນລຸກຊໍາບວກ

ໃນຕອນບ່າຍ ວັນທີ 8 ກຸມພາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊາວີເອ ເບັດແຕນລ໌, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ທັງເປັນລັດຖະມົນຕີການຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກລຸກຊໍາບວກ, ໃນໂອກາດນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 5-9 ກຸມພາ 2024.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ທ່ານ ຊາວີເອ ເບັດແຕນລ໌ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນໂອກາດທີ່ມີຄວາມໝາຍສໍາຄັນຫຼາຍ ເປັນປີຄົບຮອບ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ລຸກຊໍາບວກ, ທັງເປັນການສືບຕໍ່ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງສອງປະເທດ ຢ່າງເປັນປົກກະຕິ ພາຍຫຼັງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສົມເດັດ ຄຣັງ ດຸກ ແຫ່ງ ລຸກຊໍາບວກ ໃນເດືອນທັນວາ 2022 ທີ່ຜ່ານມາ. ພ້ອມນັ້ນ, ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຊາວີເອ ເບັດແຕນລ໌ ໃນຄັ້ງນີ້ ຍັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ, ປະສົບການຮ່ວມກັນ ແລະ ພ້ອມກັນພັດທະນາການຮ່ວມມືໃນຂະແໜງການຕ່າງໆ ຕາມທ່າແຮງຂອງສອງປະເທດ ທີ່ມີຄ້າຍຄືກັນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄື ສອງປະເທດ ໃຫ້ນັບມື້ນັບມີໝາກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍ່ໄດ້ຕີ​ລາ​ຄ​າ​ສູງຕໍ່​ການ​ພົວ​ພັນ​ຮ່ວມ​ມື​​ອັນ​ດີ ລະ​ຫວ່າງ ສ​ປ​ປ ລາວ ແລະ ລຸກ​ຊຳ​ບວກ, ຊຶ່ງໄລຍະ 27 ປີຜ່ານມາ ການ​ຮ່ວມ​ມື​ຂອງສອງປະເທດ ໄດ້ມີ​ບາດ​ກ້າວ​ທີ່ດີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ການ​ຊ່ວຍ​ເຫຼືອຂອງລັດ​ຖະ​ບານ​ລຸກ​ຊຳ​ບວກ ແກ່ ສ​ປ​ປ ລາວ ແມ່ນກວມເອົາຫຼາຍຂະແໜງການ ເປັນຕົ້ນ ສາທາລະນະສຸກ, ການສຶກສາ, ການສົ່ງເສີມການສ້າງລັດແຫ່ງກົດໝາຍ, ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ, ການບໍລິການດ້ານການທ່ອງທ່ຽວ ແລະ ອື່ນໆ. ​ໃນຕໍ່ໜ້າ ເຫັນວ່າ ລຸກຊຳບວກ ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານສະຖິຕິ ເພື່ອປະກອບສ່ວນເຂົ້າໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂອງ ສປປ ລາວ, ຊຶ່ງຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນ​ໄລ​ຍະ​ຜ່ານ​ມ​າ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນດີ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການພັດທະນາ​ຊົນ​ນະ​ບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່​ເຮັດ​ໃຫ້ ສ​ປ​ປ ລາວ ຫຼຸດ​ພົ້ນ​ອອ​ກ​ຈາກສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາໃນ​ຊຸມ​ປີ​ຕໍ່​ໜ້າ, ທັງປະກອບສ່ວນສຳຄັນໃຫ້ ສ​ປ​ປ ລາວ ສາ​ມາດບັນ​ລຸ​ເປົ້າ​ໝາຍການ​ພັດ​ທະ​ນາແບບ​ຍືນ​ຍົງ ຂອງອົງ​ການ ສ​ປ​ຊ ໃນ​ປີ 2030. ນອກນັ້ນ, ຍັງໄດ້ແຈ້ງໃຫ້ ຝ່າຍລຸກຊໍາບວກຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ລວມເຖິງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ໄດ້ສະແດງຄວາມເຫັນດີຕໍ່ການຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໄປແລ້ວ. ພ້ອມນີ້, ກໍ່ໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການປຶກສາຫາລືພົບປະສອງຝ່າຍກັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ລວມທັງ ການໄປຢ້ຽມຢາມບັນດາໂຄງການທີ່ລຸກຊໍາບວກໃຫ້ການຊ່ວຍເຫຼືອ ເປັນຕົ້ນ ຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ເຊິ່ງໄດ້ມີໂອກາດພົບປະການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງດັ່ງກ່າວ, ທັງໄດ້ທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາຂອງແຂວງເຫຼົ່ານັ້ນ. ພ້ອມນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ ລຸກຊໍາບວກ ໃນຂອບຫຼາຍຝ່າຍ ໃນໄລຍະຜ່ານມາ; ໄດ້ສະແດງຄວາມໝາຍໝັ້ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ແກ່ ສປປ ລາວ ໃນຂະແໜງການຈຳນວນໜຶ່ງ ຕື່ມອີກໃນອະນາຄົດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments