Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລຸກຊໍາບວກຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ

ຮອງນາຍົກລຸກຊໍາບວກຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ

ວັນທີ 8 ກຸມພາ 2024 ທ່ານ ຊາວີເອ ເບັດແຕນລ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ການຄ້າຕ່າງປະເທດ ແລະ ລັດຖະມົນຕີການຮ່ວມມື ແລະ ວຽກງານມະນຸດສະທຳແຫ່ງ ຣາຊະອານາຈັກລຸກຊໍາບວກ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ວຽງວິໄລ ທ່ຽງຈັນໄຊ ຄະ ນະບໍດີຄະນະນິຕິສາດ ແລະ ລັດຖະສາດ ພ້ອມດ້ວຍຄະນະບໍດີ ຄູອາຈານ ແລະ ນັກສຶກສາ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານທູດລຸກຊໍາບວກປະຈຳລາວ ແລະ ທ່ານຫົວໜ້າກົມກ່ຽວຂ້ອງກະຊວງການຕ່າງປະເທດເຂົ້າຮ່ວມ.

ການໄປຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດຂອງທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະຄັ້ງນີ້ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອແລກປ່ຽນບົດຮຽນກັບຄູອາຈານ ແລະ ນັກສຶກສາຂອງຄະນະນິຕິສາດ ແລະ ລັດຖະສາດ ນອກນີ້ຍັງເປັນການຢ້ຽມຊົມອາຄານຂອງ ຄນລ ທີ່ໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານລຸກຊໍາບວກ ແລະ ຢ້ຽມຊົມຫໍສະໝຸດຂອງ ຄນລ ເຊິ່ງການພົບປະຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຈາກທ່ານຄະນະບໍດີ ຄນລ ຂອງ ມຊ ແລະ ມະຫາວິທະຍາໄລລຸກຊໍາບວກ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງມະຫາວິທະຍາໄລລາວ ແລະ ບຸກຊໍາລຸກ ໂດຍສະເພາະລະຫວ່າງ ຄນລ ແລະ ມະຫາວິທະຍາໄລບຸກຊໍາບວກໃນຜ່ານມາ ແລະ ຕໍ່ໜ້າ ເຊິ່ງການຮ່ວມມືສອງຝ່າຍແມ່ນເນັ້ນການສ້າງບຸກຄະລາກອນດ້ານກົດໝາຍເພື່ອຮັບໃຊ້ສັງຄົມ ແລະ ປະຊາຊົນບັນດາເຜົ່າກ້າວໄປສູ່ການປົກຄອງປະເທດດ້ວຍກົດໝາຍທີ່ມີຄຸນນະພາບສູງ ການຮ່ວມມືສອງຝ່າຍໄດ້ເລີ່ມມາແຕ່ປີ 2022 ເປັນຕົ້ນມາ ແລະ ການຢ້ຽມຢາມ ຄນລ ຄັ້ງນີ້ເປັນການຢ້ຽມຢາມຄັ້ງທຳອິດຂອງການນໍາຂັ້ນສູງຂອງບຸກຊໍາບວກ.

ໂອກາດທີ່ທ່ານຮອງນາຍົກັດຖະມົນຕີຢ້ຽມຢາມຄັ້ງນີ້ທ່ານໄດ້ແລກປ່ຽນບົດຮຽນວຽກງານກົດໝາຍກັບບັນດານັກສຶກສາຄະນະນິຕິສາດ ແລະ ລັດຖະສາດ ໂດຍເປີດໂອກາດໃຫ້ນັກສຶກສາໄດ້ຖາມສິ່ງທີ່ຕ້ອງການຢາກຮູ້ກ່ຽວກັບກົດໝາຍຢູ່ປະເທດລຸກຊໍາບວກຈາກນັ້ນທ່ານຮອງນາຍົກໄດ້ຕອບເພື່ອໃຫ້ນັກສຶກສາໄດ້ເຂົ້າ ໃຈ ໂດຍທ່ານໄດ້ເນັ້ນວ່າການພັດທະນາປະເທດຊາດຕ້ອງຄຽງຄູ່ກັບການສ້າງບຸກຄະລາກອນດ້ານກົດໝາຍ ຍ້ອນວ່າມີແຕ່ກົດໝາຍເທົ່ານັ້ນທີ່ຈະຄຸ້ມຄອງສັງຄົມ ແລະ ທຸກຄົນກໍຢູ່ໃຕ້ກົດໝາຍ ດັ່ງນັ້ນກົດໝາຍເປັນສິ່ງສຳຄັນເພື່ອກ່າວໄປສູ່ກາານປົກຄອງປະເທດດ້ວຍກົດໝາຍທີ່ເຂັ້ມແຂງມີຄຸນນະພາບຈຶ່ງຈະເຮັດໃຫ້ປະເທດຊາດມີຄວາມຈະເລີນຮຸ່ງເຮືອງສີວິໄລໄວ ພວກເຮົາຕ້ອງຜະລິດບຸກຄະລາກອນໃຫ້ຫຼາຍຂຶ້ນ ແລະ ການຊ່ວຍ ເຫຼືອຂອງລັດຖະບານລຸກຊໍາບວກຕໍ່ ຄນລ ແມ່ນຖືກເປົ້າໝາຍ ພ້ອມນີ້ທ່ານຮອງນາຍົກຍັງຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາຂອງລາວ ໂດຍສະເພາະແມ່ນການສ້າງບຸກຄະລາກອນກົດ ໝາຍຂອງ ຄນລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments