Sunday, September 8, 2024
Homeຂ່າວໜ້າໜຶ່ງປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ

ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ

ວັນທີ 5 ມັງກອນ 2024 ທີ່ຫໍສະພາແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອມາດຳລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ປະຈໍາ ສປປ ລາວ ຕາມລໍາດັບດັ່ງນີ້:

ເວລາ 9:00 ໂມງໄດ້ຕ້ອນຮັບ ທ່ານ ນາງເມແກັນ ອາລິສຊາບິດ ຈອນ ເຂົ້າຍື່ນສານຕາຕັ້ງ ເພື່ອມາດຳລົງຕາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ຄົນໃໝ່ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ເຊິ່ງສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952.

ເວລາ 9:30 ໂມງ ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງວຽງຈັນ. ລາວ ແລະ ຕີມໍ-ເລສເຕ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ກໍລະກົດ 2002.

ເວລາ 10:00 ໂມງ ໄດ້ຕ້ອນຮັບທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາຫະລັດອາເມລິກາ ຄົນໃໝ່ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງວຽງຈັນ ລາວ ແລະ ສະຫະລັດອາເມລິກາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 10 ສິງຫາ 1955

ເວລາ 10:30 ໂມງ ໄດ້ຕ້ອນຮັບທ່ານ ອອງໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສະຫະພັນມຽນມາ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງວຽງຈັນ. ລາວ ແລະ ມຽນມາ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955.
ໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດປະເທດເພື່ອນມິດ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະ ຈຳ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງ ສາຍພົວພັນການຮ່ວມມື ແລະ ຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ອົດສະຕຣາລີ ລາວ-ຕີມໍເລສເຕ ລາວ-ອາເມລິກາ ແລະ ລາວ-ມຽນມາ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເຊື່ອໝັ້ນວ່າບັນທ່ານທູດ ຈະເອົາໃຈໃສ່ໃນການປະຕິບັດໜ້າທີ່ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ.
ພ້ອມນັັ້ນ ບັນດາທ່ານ ທູດປະເທດເພື່ອນມິດ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານການທູດ ໃນການເປັນຂົວຕໍ່ ເພີ່ມທະວີຮັດແໜ້ນສາຍພົວພັນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments