Saturday, July 27, 2024
Homeຂ່າວການເມືອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເມືອງປາກທາ

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເມືອງປາກທາ

ໃນຕອນບ່າຍ ວັນທີ 5 ກຸມພາ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງປາກທາ, ແຂວງບໍ່ແກ້ວ ທີ່ສະໂມ ສອນຂອງເມືອງດັ່ງກ່າວ; ມີທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ; ທ່ານ ສຸໄລ ດວງຜາຄໍາ, ເຈົ້າເມືອງໆປາກທາ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ອົງການປົກຄອງບ້ານ ພາຍໃນເທດສະ ບານເມືອງປາກທາ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ໃນໂອກາດນີ້, ທ່ານເຈົ້າເມືອງໆປາກທາ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງ ຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງອັນພົ້ນເດັ່ນ ເຫັນວ່າ ທົ່ວເມືອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວໃນລະດັບ 2,59%, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 1,36 ຕື້ກີບ ເທົ່າກັບ 113% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 100% ຂອງແຜນການປີ; ລະບົບສາທາລະນະສຸກ ແລະ ລະບົບໄຟຟ້າ ກວມ 100% ຂອງຈໍານວນບ້ານທັງໝົດ, ອັດຕາການຊົມໃຊ້ນ້ຳສະອາດໃນຄົວເຮືອນກວມ 93,48%, ອັດຕາການຊົມໃຊ້ວິດຖ່າຍໃນຄົວເຮືອນກວມ 95,43%; ທຽບໃສ່ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ, ປະຈຸບັນ ທົ່ວເມືອງ ຍັງມີຄອບຄົວທຸກຍາກທັງໝົດ 895 ຄອບຄົວ, ມີບ້ານທຸກຍາກ 12 ບ້ານ; ມີຄອບ ຄົວພັດທະນາທັງໝົດ 1.738 ຄອບຄົວ. ນອກນັ້ນ, ທ່ານເຈົ້າເມືອງ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຂໍ້ຫຍຸ້ງຍາກ, ຂໍ້ ຄົງຄ້າງ ແລະ ສິ່ງທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ, ຄວາມເຊື່ອໝັ້ນຂອງສູນກາງພັກ ແລະ ລັດຖະບານ ມາສູ່ອົງການປົກຄອງ ແລະ ປະຊາຊົນບັນ ດາເຜົ່າຊາວເມືອງປາກທາ. ພ້ອມທັງ ມີຄຳເຫັນເຈາະຈິ້ມ ເຖິງສາ ເຫດຂໍ້ຄົງຄ້າງຈຳນວນໜຶ່ງ ແລະ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີຜ່ານມາ ຈົນຮອດປະຈຸບັນ, ລວມທັງ ທ່າອ່ຽງທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຊຸກຍູ້ຢ່າງແຂງແຮງ ໃນການຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເປັນສິນຄ້າ ຫຼຸດ ຜ່ອນການນຳເຂົ້າສິນຄ້າ ຕິດພັນກັບສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ເພື່ອສ້າງມູນຄ່າເພີ່ມ; ເພີ່ມທະວີການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້ ໄປຄຽງຄູ່ກັບການຫັນວຽກງານດັ່ງກ່າວ ເປັນທັນສະໄໝ; ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການ ປະຢັດມັດທະຍັດ ແລະ ຕ້ານການຟູມເຟືອຍ ທີ່ໄດ້ວາງອອກ ໃຫ້ມີການຫັນປ່ຽນ ຢ່າງເປັນຮູບປະທຳຫຼາຍກວ່າເກົ່າ; ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ບັນດາເນື້ອ ໃນທີ່ໄດ້ກຳນົດໄວ້ ໃນວາລະດັ່ງກ່າວ, ພ້ອມທັງລົງເລິກວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຕິດພັນກັບການສຶກ ສາອົບຮົມການເມືອງແນວຄິດຂອງພະນັກງານ, ທະຫານ, ຕຳ ຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສະ ພາບຄວາມເປັນຈິງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງພັກ ແລະ ລັດຖະບານ ກໍ່ຄືອົງການປົກຄອງຂັ້ນຕ່າງໆ; ເອົາໃຈໃສ່ປ້ອງກັນບັນຫາໝອກຄວັນ ແຕ່ຫົວ ທີ ໂດຍພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໃຫ້ປະກົດຜົນເປັນຈິງ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ບົນພື້ນຖານຍົກສູງຄວາມເປັນເອກະພາບ, ຮັບປະ ກັນຄວາມສາມັກຄີ, ໄດ້ເນື້ອໃນ, ເປັນຂະບວນການຟົດຟື້ນ, ມີປະສິດທິພາບ ແລະ ປະສິດທິຜົນ ໄປຄຽງຄູ່ກັບການປັບ ປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດທີ່ກຳນົດໄວ້; ນຳໃຊ້ທ່າແຮງຂອງເມືອງ ເຂົ້າໃນການສ້າງເສດຖະກິດ ແລະ ພັດທະນາທ້ອງຖິ່ນຕ່າງໆ ໃຫ້ເກີດປະໂຫຍດສູງສຸດ; ສືບຕໍ່ປັບປຸງສະພາບແວດລ້ອມການດຳລົງຊີວິດພາຍໃນເມືອງ ກໍ່ຄືຊຸມຊົນຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ໜ້າຢູ່ ແລະ ມີການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ; ປັບປຸງແບບ ແຜນການດຳລົງຊີວິດ ແລະ ວັດທະນະທຳ ທີ່ມີລັກສະນະກົດໜ່ວງຖ່ວງດຶງການພັດທະນາ ໄປສູ່ແບບແຜນດຳລົງຊີວິດທີ່ກ້າວໜ້າ ແລະ ມີຄຸນນະພາບສູງຂຶ້ນ; ພ້ອມກັນສົ່ງເສີມ ແລະ ຊົມໃຊ້ເງິນກີບ ເພື່ອປະກອບສ່ວນແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ເປັນກ້າວໆ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບງົບປະມານ, ເຄື່ອງນຸ່ງຫົ່ມກັນໜາວ ແລະ ອຸປະກອນກິລາຈຳນວນໜຶ່ງ ໃຫ້ເມືອງດັ່ງກ່າວ ເພື່ອນຳເອົາໄປແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ຕື່ມອີກ.

ຂ່າວ ແລະ ພາບໂດຍ: ກົມປະຊາສໍາພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments