Sunday, September 8, 2024
Homeຂ່າວຕ່າງປະເທດອີຢູ - ອາເມຣິກາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຢີ

ອີຢູ – ອາເມຣິກາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຢີ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 30 ມັງກອນ ຜ່ານມາ, ສະຫະພາບເອີຣົບ (ອີຢູ) ແລະ ອາເມຣິກາ ໄດ້ຈັດກອງປະຊຸມສະພາການຄ້າ ແລະ ເຕັກໂນໂລຊີ ອີຢູ – ອາເມຣິກາ (TTC) ຄັ້ງທີ 5 ຢູ່ ວໍຊິງຕັນ ດີຊີ. ກອງປະຊຸມແມ່ນເພື່ອໃຫ້ບັນດາລັດຖະມົນຕີໄດ້ເຂົ້າໃຈຄວາມຄືບໜ້າຂອງວຽກງານຂອງ TTC ແລະ ໃຫ້ຄໍາແນະນໍາທາງດ້ານການເມືອງກ່ຽວກັບບຸລິມະສິດຕົ້ນຕໍໃຫ້ແກ່ກອງປະຊຸມ TTC ລະດັບລັດຖະມົນຕີຄັ້ງຕໍ່ໄປທີ່ຈະຈັດຂຶ້ນຢູ່ປະເທດແບນຊິກ.

ຂ່າວລະບຸວ່າ: ສອງຝ່າຍສະແດງຄວາມປາຖະໜາເປັນເອກະພາບ ແລະ ເຂັ້ມແຂງ ທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານຄວາມໝັ້ນຄົງດ້ານເສດຖະກິດ ແລະ ເຕັກໂນໂລຊີທີ່ພົ້ນເດັ່ນ, ຊຸກຍູ້ບັນດາຜົນປະໂຫຍດລວມໃນດ້ານເຕັກນິກ. ໃນຂອບເຂດກອງປະຊຸມ TTC, ທັງ ອີຢູ ແລະ ອາເມຣິກາ ໄດ້ເຫັນດີສືບຕໍ່ຊອກຫາວິທີອຳນວຍຄວາມສະດວກດ້ານການຄ້າ ແລະ ເຕັກໂນໂລຊີທີ່ສຳຄັນໃນການຫັນປ່ຽນສີຂຽວ, ໃນນັ້ນມີການເພີ່ມທະວີການຮ່ວມມືດ້ານການປະເມີນລາຄາທີ່ເໝາະສົມ.

ສອງຝ່າຍຍັງໃຫ້ຄຳໝັ້ນສັນຍາຈະສ້າງຄວາມຄືບໜ້າຢ່າງຕັ້ງໜ້າກ່ຽວກັບເຄື່ອງມືການຄ້າດີຈີຕອນ ເພື່ອຫຼຸດຜ່ອນຂັ້ນຕອນເກົ່າໆໃຫ້ແກ່ບັນດາວິສາຫະກິດທົ່ວມະຫາສະມຸດ ອັດລັງຕິກ ແລະ ເພີ່ມທະວີການກວດກາການລົງທຶນ ແລະ ວິທີຄວບຄຸມການສົ່ງອອກ, ການລົງທຶນຢູ່ຕ່າງປະເທດ ແລະ ນະວັດຕະກຳສອງຝ່າຍ. ສອງຝ່າຍຍັງໄດ້ຊົມເຊີຍຕໍ່ບັນດາຫຼັກການຊີ້ນຳສາກົນກ່ຽວກັບປັນຍາປະດິດ (AI) ພ້ອມທັງເຫັນດີສືບຕໍ່ຮ່ວມມືດ້ານການຄຸ້ມຄອງ AI ສາກົນ.

ສອງຝ່າຍຍັງໄດ້ເຫັນດີຕໍ່ການກຳນົດທິດທາງຂອງອຸດສາຫະກຳ 6G ຊຶ່ງກໍານົດທິດທາງ ແລະ ບາດກ້າວຕໍ່ໄປເພື່ອພັດທະນາເຕັກໂນໂລຊີສຳຄັນນີ້. ສອງຝ່າຍຍັງໄດ້ຊົມເຊີຍຄວາມຄືບໜ້າໃນການສະໜັບສະໜູນການເຊື່ອມຕໍ່ທີ່ປອດໄພໃນທົ່ວໂລກ, ໂດຍສະເພາະແມ່ນເຄືອຂ່າຍ 5G ແລະ ສາຍເຄເບີນໃຕ້ທະເລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments