Saturday, July 27, 2024
Homeຂ່າວຕ່າງປະເທດລວມຍອດເສດຖະກິດເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງຈີນ ບຸກທະລຸໄດ້ 3 ໝື່ນຕື້ຢວນ

ລວມຍອດເສດຖະກິດເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງຈີນ ບຸກທະລຸໄດ້ 3 ໝື່ນຕື້ຢວນ

ຂ່າວສານຊີອາໄອລາຍງານໃນວັນທີ 30 ມັງກອນຜ່ານມາ, ນັບແຕ່ການພັດທະນາເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງເຊື່ອມໂຍງເຂົ້າກັນ ຊຶ່ງເປັນຍຸດທະສາດແຫ່ງຊາດທີ່ໄດ້ປະຕິບັດມາເປັນເວລາ 5 ປີປາຍ, ມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດໃຫ້ແຂງແຮງ ແລະ ໜັກແໜ້ນຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ. ອີງຕາມບົດລາຍງານວຽກງານຂອງອົງການປົກຄອງຂອງ 3 ແຂວງ ແລະ 1 ກຳແພງນະຄອນສະແດງໃຫ້ເຫັນວ່າ: ປີ 2023, ລວມຍອດເສດຖະກິດຂອງນະຄອນຊຽງໄຮ້, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ ແລະ ແຂວງອ່ານຮຸ່ຍ ບຸກທະລຸໄດ້ 3 ໝື່ນຕື້ຢວນ ຊຶ່ງໄດ້ເສີມຂະຫຍາຍບົດບາດການຄ້ຳປະກັນການພັດທະນາທີ່ມີຄຸນນະພາບສູງຂອງທົ່ວປະເທດ.

ບໍ່ພຽງແຕ່ມີການບຸກທະລຸໃໝ່ໃນດ້ານລວມຍອດເສດຖະກິດເທົ່ານັ້ນ, ເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງຍັງມີຄວາມຄືບໜ້າອັນພົ້ນເດັ່ນໃນການພັດທະນາທີ່ມີຫົວຄິດປະດິດສ້າງ ແລະ ປັບປຸງໂຄງປະກອບເສດຖະກິດໃຫ້ດີຂຶ້ນ ຄື: ໃນປີ 2023, ນະຄອນຊຽງໄຮ້ ເລີ່ມມີການກໍ່ສ້າງໂຄງການອຸດສາຫະກຳໃຫຍ່ທີ່ມີມູນຄ່າ 1 ຕື້ຢວນຂຶ້ນໄປທັງໝົດ 58 ໂຄງການ, ເຮືອບິນໂດຍສານຂະໜາດໃຫຍ່ C919 ທີ່ຈີນຜະລິດດ້ວຍຕົນເອງ ແລະ ກຳປັ່ນຂະໜາດໃຫຍ່ທີ່ຈີນຜະລິດດ້ວຍຕົນເອງລຳທຳອິດໄດ້ເປີດບໍລິການທາງການຄ້າ. ຕົວຊີ້ວັດການພັດທະນາທີ່ມີຄຸນນະພາບສູງຂອງຂະແໜງການຜະລິດແຂວງຈ່ຽງຊູ່ແມ່ນ 91,9 ຊຶ່ງແມ່ນອັນດັບທີ 1 ໃນທົ່ວປະເທດຈີນ. ຂະແໜງການຜະລິດ ແລະ ຂະແໜງການແກນກາງດ້ານເສດຖະກິດດີຈີຕອນແຂວງເຈີ້ຈ່ຽງໄດ້ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ປີ 2022, ຍອດຈຳນວນການຜະລິດລົດພະລັງງານໃໝ່ຂອງແຂວງອ່ານຮຸ່ຍ ມີ 868.000 ຄັນ, ເພີ່ມຂຶ້ນ 60,5% ເມື່ອທຽບໃສ່ປີ 2022.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments