Tuesday, May 14, 2024
Homeບຸນປະເພນີສາວງາມຈາກແຂວງຜົ້ງສາລີ ໄດ້ຮັບຕໍາແໜ່ງນາງສາວທ່ອງທ່ຽວລາວ ປະຈຳປີ 2024

ສາວງາມຈາກແຂວງຜົ້ງສາລີ ໄດ້ຮັບຕໍາແໜ່ງນາງສາວທ່ອງທ່ຽວລາວ ປະຈຳປີ 2024

ໝາຍເລກ MTL02 ນາງ ດາລາທິບ ສີສະໝຸດ ຈາກແຂວງຜົ້ງສາລີ ຄວ້າຕໍາແໜ່ງນາງສາວທ່ອງທ່ຽວລາວ ປະຈຳປີ 2024 (Miss Tourism Laos 2024) ໂດຍໄດ້ຮັບມົງກຸດເພັດ ເງິນລາງວັນ 150 ລ້ານກີບ ລົດໃຫຍ່ 1 ຄັນ ແລະ ລາງວັນອື່ນໆລວມມູນຄ່າ 600 ລ້ານກວ່າກີບ ຂະນະທີ່ຮອງອັນດັບ 1 ຕົກເປັນຂອງສາວງາມຈາກແຂວງວຽງຈັນ ຮອງອັນດັບ 2 ສາວງາມຈາກແຂວງບໍ່ແກ້ວ.

ກຸ່ມບໍລິສັດ ດອກງິ້ວຄຳ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດງານຄັດເລືອກນາງສາວທ່ອງທ່ຽວລາວປະຈຳປີ 2024 ເນື່ອງໃນ​ໂອກາດເທດສະການດອກງິ້ວບານ ຄັ້ງທີ XXI ປີ 2024 ຂຶ້ນວັນທີ 27 ມັງກອນ 2024 ຢູ່ເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີທ່ານ ສົມສະ ຫວາດ ເລັ່ງສະຫວັດ ອາດີດຮອງນາ ຍົກລັດຖະມົນຕີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ ແກ້ວ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດ ຖະກິດພິເສດສາມຫຼ່ຽມຄໍາ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ງານຄັດເລືອກນາງສາວທ່ອງທ່ຽວລາວປະຈຳປີ 2024 ຄັ້ງນີ້ ເປັນປີທີ 2 ເຊິ່ງມີນາງສາວຈາກ 18 ແຂວງທົ່ວປະເທດ 36 ນາງສາວ ທີ່ຜ່ານການຄັດເລືອກ ເຂົ້າມາຄັດເລືອກຮອບສຸດທ້າຍ ເຊິ່ງຄັດຈາກ 36 ນາງສາວ ເຫຼືອ 16 ນາງສາວ ແລະ ເຫຼືອ 5 ນາງສາວສຸດທ້າຍ ເພື່ອເຂົ້າຊີງຕຳແໜ່ງນາງ ສາວທ່ອງທ່ຽວລາວ ປະຈຳປີ 2024 ເຊິ່ງກິດຈະກໍານີ້ ເປັນກິດຈະກໍາໜຶ່ງໃນງານເທດສະການດອກງິ້ວບານ ຕິດພັນກັບປີທ່ອງທ່ຽວລາວ 2024 ຜູ້ໄດ້ຮັບຕຳແໜ່ງຈະເປັນຕົວ ແທນເຜີຍແຜ່ວັດທະນະທຳ ຮີດຄອງປະເພນີ ວິຖີການດຳ ລົງຊີວິດ ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆໃຫ້ ສປປ ລາວ ອອກສູ່ສາຍຕານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງ ຕະຫຼອດປີ 2024.

ຜ່ານການຄັດເລືຶອກ ອັນດັບ 1 ໄດ້ແກ່ໝາຍເລກ MTL02 ນາງ ດາລາທິບ ສີສະໝຸດ ຈາກແຂວງຜົ້ງສາລີ ໄດ້ຮັບມົງ ກຸດ ພ້ອມສາຍສະພາຍ ເງິນລາງວັນ 150 ລ້ານກີບ ພ້ອມລົດເກງ 1 ຄັນ ແລະ ອື່ນໆລວມມູນຄ່າ 600 ລ້ານກວ່າກີບ ຮອງອັນດັບ 1 ໝາຍເລກ MTL 18 ນາງ ປິຣິນຢາ ອາໄພວົງ ຈາກແຂວງວຽງຈັນ ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 100 ລ້ານກີບ ຮອງອັນດັບ 2 ໝາຍເລກ MTL 05 ນາງ ລັດດາວັນ ວັນນະພົມ ຈາກແຂວງບໍ່ແກ້ວ ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 50 ລ້ານກີບ ນອກນີ້ຍັງວັນອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments