Sunday, September 8, 2024
Homeຂ່າວການເມືອງພິທີເປີດການນໍາໃຊ້ຂົວມິດຕະພາບລາວ-ມຽນມາ

ພິທີເປີດການນໍາໃຊ້ຂົວມິດຕະພາບລາວ-ມຽນມາ

ພິທີເປີດການນໍາໃຊ້ຂົວມິດຕະພາບລາວ-ມຽນມາ ໄດ້ຈັດຂຶ້ນໃນວັນທີ 25 ມັງກອນຜ່ານມາ ທີ່ຂົວມິດຕະພາບລາວ-ມຽນມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ ມີ ທ່ານ ອູອອງ ຈໍເອ້ຍ ເຈົ້າຄອງນະຄອນລັດສານ ສາທາລະນະລັດ ສະຫະພາບ ມຽນມາ (ສສ ມຽນມາ) ມີຄະນະຮັບຜິດຊອບຂັ້ນແຂວງ ຂັ້ນເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອູອອງ ຈໍເອ້ຍ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ຈາກນັ້ນ ທ່ານ ສີວໄລ ປັນແກ້ວ ໄດ້ກ່າວວ່າ: ການເປີດນໍາໃຊ້ຂົວມິດຕະພາບໃນຄັ້ງນີ້ ເພື່ອເປັນການຮອງຮັບແກ້ໄຂການຂົນສົ່ງສິນຄ້າຂ້າມຊາຍແດນ ແລະ ເຮັດໃຫ້ປະຊາຊົນຢູ່ເຂດຊາຍ ແດນໄດ້ມີການໄປມາຫາສູ່ກັນ ເພື່ອຮັບປະກັນໃຫ້ການຮ່ວມມື ສປປ ລາວ ກັບ ສສ ມຽນມາ ສາມາດພັດທະນາຢ່າງຕໍ່ເນື່ອງ ເພື່ອນໍາຜົນປະໂຫດຍຕົວຈິງຂອງປະຊາຊົນທັງສອງຊາດໃຫ້ເປັນຮູບປະທໍາຢ່າງຈະແຈ້ງ ເພື່ອເປັນການຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງປະຊາຊົນທັງສອງຊາດ ເຊິ່ງໄດ້ມີການລາດຕະເວນຕາມລໍາແມ່ນໍ້າຂອງຢ່າງເປັນປົກກະຕິ, ພາຍຫຼັງທີ່ເປີດການນໍາໃຊ້ຂົວຢ່າງເປັນທາງ ການແລ້ວ ປະຊາຊົນລາວຜູ້ທີ່ຈະເຂົ້າ-ອອກເມືອງແມ່ນຈະຕ້ອງໄດ້ປະຕິບັດ ແລະ ປະ ກອບເອກະສານຄື: ບັດປະຈໍາຕົວ ປຶ້ມສໍາໂນຄົວ ສະບັບຕົ້ນ ຮູບຂະໜາດ 3×4 ພື້ນສີຂາວ (ຮູບຖ່າຍບໍ່ເກີນ 2 ເດືອນ) ປຶ້ມຜ່ານແດນ ຫຼືໃບຜ່ານແດນຊົ່ວຄາວ.

ສໍາລັບການໃຊ້ປຶ້ມຜ່ານແດນແມ່ນສາມາດຢູ່ປະເທດມຽນມາໄດ້ 14 ວັນ 13 ຄືນ ໃຊ້ໃບຜ່ານແດນຊົ່ວຄາວ ສາມາດຢູ່ປະ ເທດມຽນມາໄດ້ 7 ວັນ 6 ຄືນ ກໍານົດປາຍທາງແມ່ນສາມາດຮອດແຂວງທ່າຂີ້ເຫຼັກລັດສານ ຄ່າບໍລິການ: ສໍາລັບເຮັດປຶ້ມຜ່ານແດນ 80.000 ກີບຕໍ່ຫົວ ໃບຜ່ານແດນຊົ່ວຄາວ 25.000 ກີບຕໍ່ໃບ ຄ່າຈໍາໃບອອກເມືອງ 8.000 ກີບຕໍ່ໃບ ທັງນີ້ເພື່ອປົກປ້ອງການຄ້າຂາຍເຖື່ອນ ແລະ ການເຂົ້າ-ອອກເມືອງຜິດກົດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments