Saturday, July 27, 2024
Homeຂ່າວການເມືອງຫົວໜ້າ ຄຕພ ພົບປະ ເຮັດວຽກຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ

ຫົວໜ້າ ຄຕພ ພົບປະ ເຮັດວຽກຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ

ໃນວັນທີ 27 ມັງກອນ 2024, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ພົບປະເຮັດວຽກກັບ ທ່ານ ວິວຽນ ບາລາຄຣິສນານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແຕ່ວັນທີ 27-28 ມັງກອນ 2024.

ໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ແລະ ຍາດໂອກາດມາພົບປະເຮັດວຽກຢູ່ ຄຕພ, ອັນໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື າວ-ສິງກະໂປ ທີ່ກຳລັງຢູ່ໃນບັນຍາກາດ ແຫ່ງການສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ສິງກະໂປ ຄົບຮອບ 50 ປີ; ຕີລາ ຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ເຊິ່ງເປັນການພົວພັນທີ່ສະເໝີຕົ້ນສະເໝີ ປາຍ ທັງໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆ; ແຈ້ງໃຫ້ຝ່າຍແຂກຊາບກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ, ສະພາບພົ້ນເດັ່ນຂອງ ພັກ, ລັດລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ການນໍາຂອງ ພັກ ປປ ລາວ ທີ່ສາມາດຍາດໄດ້ຜົນສໍາເລັດໃນຫລາຍດ້ານ, ລວມທັງຄວາມພ້ອມການເປັນປະທານໝູນວຽນອາຊຽນ ໃນປີ 2024. ພ້ອມກັນນັ້ນ,ກໍໄດ້ ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນດ້ານຕ່າງໆ ຂອງລັດຖະບານສິງກະ ໂປ ຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ.

ທ່ານ ວິວຽນ ບາລາຄຣິສນານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັັນອົບອຸ່ນ ແລະ ຊົມ ເຊີຍ ຕໍ່ຜົນບັນດາສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ; ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ສິງກະໂປ-ລາວ ຕະຫລອດ 50 ປີ ຜ່ານມາ ແລະ ຢືນຢັນຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການຂະຫຍາຍຕົວຂຶ້ນໄປເລື້ອຍໆ; ຝ່າຍສິງກະໂປ ຍິນດີໃຫ້ການສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ.

ພິເສດ ການພົບປະຄັ້ງນີ້, ທັງສອງຝ່າຍ ມີຄວາມຍິນດີຢ່າງສູງໃນການສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານພັກ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກ ກິດປະຊາຂອງສິງກະໂປ; ສົ່ງເສີມວຽກງານການທູດປະຊາຊົນສອງປະເທດ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງ ປະຊາຊົນສອງຊາດ. ພ້ອມທັງຍັງໄດ້ເອກະພາບກັນສືບຕໍ່ຄົ້ນຄວ້າທ່າແຮງໃນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ດ້ານພະລັງງານສະ ອາດ, ພະລັງງານທົດແທນ, ເຕັກໂນໂລຊີ, ຊັບພະຍາກອນບໍ່ແຮ່, ການພັດທະນາຊັບພະກອນມະນຸດ, ການພັດທະກະສິກຳສະອາດ ແລະ ສີຂຽວ, ກາກບອນເຄຣດິດ, ການເຊື່ອມຍົງເຊື່ອມຈອດທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆທີ່ທັງສອງຝ່າຍມີທ່າແຮງບົ່ມຊ້ອນ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ສິງກະໂປ-ລາວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ກຄື ເພື່ອເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າການນຳລາວ ໃນຖານະແຂກກິດຕິມະສັກ ເຂົ້າຮ່ວມງານພົບປະອະດີດນັກສຶກສາລາວທີ່ເຄີຍຮໍ່າຮຽນຢູ່ສິງກະໂປ ເຊິ່ງເປັນກິດຈະກຳໜຶ່ງໃນແຜນຢ້ຽມຢາມ ສປປ ລາວ ຂອງ ທ່ານ ວິວຽນ ບາລາຄຣິສນານ. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ຄຕພ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ແລະ ປາຊາຊົນສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫລືອພັດທະນາຊັບພະກອນມະນຸດໃຫ້ແກ່ ສປປ ລາວ ພາຍໃຕ້ໂຄງການຮ່ວມມືຂອງສິງກະໂປ (SCP) ເລີ່ມແຕ່ປີ 1992 ເຖິງປັດຈຸບັນ ມີພະນັກງານພັກ-ລັດ ເຂົ້າຮ່ວມເກືອບ 16.000 ຄົນ; ສິ່ງດັ່ງກ່າວເປັນການສ້າງໂອກາດໃຫ້ຮຽນຮູ້ກ່ຽວ ກັບບົດຮຽນໃນການພັດທະນາປະເທດຂອງສິງ ກະໂປ, ການຄຸ້ມຄອງບໍລິຫານ, ການຍົກລະດັບພາສາອັງກິດ ແລະ ຍັງເປັນການສົ່ງເສີມວຽກງານການທູດປະຊາຊົນນຳອີກ, ພ້ອມທັງສະແດງຄວາມຫວັງວ່າ ຝ່າຍສິງກະໂປ ຈະສືບຕໍ່ໃຫ້ການສະນັບສະໜູນ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments