Sunday, September 8, 2024
Homeຂ່າວການເມືອງລາວ - ສິງກະໂປ ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ – ສິງກະໂປ ເພີ່ມທະວີການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 26-29 ມັງກອນ 2024 ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ສປປ ລາວ ແລະ ສ ສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ. ການຢ້ຽມຢາມຄັ້ງນີ້ ໄດ້ເປັນການເປີດຂະບວນການ ສໍາລັບການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ນີ້.

ໃນວັນທີ 27 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ ໄດ້ມີການພົບປະສອງຝ່າຍ ລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດຣ. ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ຂອງສອງປະເທດ ລາວ ແລະ ສິງກະໂປ ຕະຫລອດໄລຍະ 5 ທົດສະວັດທີ່ຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການຮ່ວມມືດ້ານ ການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ ແລະ ມີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ເປັນຢ່າງດີ ໃນການສືບຕໍ່ຊຸກຍູ້ສົ່ງເສີມ ຂະແໜງການກ່ຽວຂ້ອງ ຂອງສອງປະເທດ ລາວ ແລະ ສິງກະໂປ ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມື ຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ ໂດຍສະເພາະ ການຮ່ວມມືໃນຂະແໜງພະລັງງານສະອາດ,​ ສິນເຊື່ອກາກບອນ (Carbon Credit), ວຽກງານປ້ອງກັນຄວາມສະຫງົບ ແລະ ການສຶກສາ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມທາງການ ຢູ່ ປະເທດສິງກະໂປ ຂອງການນໍາຂັ້ນສູງຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການຮ່ວມມືກັນຢ່າງໃກ້ຊິດ ໃນການຊຸກຍູ້ສົ່ງເສີມການຮ່ວມມື ໃນຂະແໜງອຸດສາຫະກໍາ, ກະສິກໍາ ເພື່ອສົ່ງເສີມການຮ່ວມມື ດ້ານການຄ້າ ແລະ ການລົງທຶນຂອງ ສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່,​ ລວມທັງການຮ່ວມມືດ້ານການທ່ອງທ່ຽວ ເພື່ອຊຸກຍູ້ການໄປມາຫາສູ່ ຂອງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ໃຫ້ຂະຫຍາຍຕົວຍິ່ງຂຶ້້ນ, ລວມທັງການປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອການພັດທະນາໃນຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ຂອບການຮ່ວມມືອາຊຽນ ເພື່ອຜົນສໍາເລັດສໍາລັບການເປັນປະທານອາຊຽນ 2024 ແລະ ການຈັດປີທ່ອງທ່ຽວລາວ ໃນປີ 2024 ນີ້.​ ​

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫລືອອັນລໍ້າຄ່າຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບັນດາພະນັກງານລັດຖະກອນ, ນັກການທູດ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ, ລວມທັງການສົ່ງອາສາສະຫມັກ, ຄູອາຈານ ແລະ ຜູ້ຊ່ຽວຊານ ມາປະຕິບັດໜ້າທີ່ ຢູ່ ຂະແໜງການກ່ຽວຂ້ອງຂອງ ສປປ ລາວ, ລວມທັງການຊ່ວຍເຫລືອ ດ້ານອຸປະກອນ ສໍາລັບການຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໃນເດືອນກໍລະກົດ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024 ທີ່ຈະມາເຖິງນີ້ ເຊິ່ງຝ່າຍສິງກະໂປ ໄດ້ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 2 ທັນວາ 1974. ມາຮອດປັດຈຸບັນ, ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າທັງໝົດ 362 ລ້ານໂດລາສະຫະລັດ ໃນ 83 ໂຄງການ ເຊິ່ງຈັດຢູ່ໃນອັນດັບທີ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແລະ ໃນໄລຍະ 5 ປີ ທີ່ຜ່ານມາ ການຄ້າສອງຝ່າຍ ບັນລຸໄດ້ 451,4 ລ້ານໂດລາສະຫະລັດ ແລະ ປັດຈຸບັນ ໄດ້ມີການໃຫ້ບໍລິການຖ້ຽວບິນໂດຍກົງ ສິງກະໂປ-ລາວ-ສິງກະໂປ 3 ມື້ຕໍ່ອາທິດ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments