Sunday, September 8, 2024
Homeຂ່າວການເມືອງສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສໍາມະນາວິທະຍາສາດລະດັບຊາດ ຄັ້ງທີ 3 ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຈັດຂຶ້ນໃນວັນທີ 24 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ບັນດາການນໍາຈາກກະຊວງ/ອົງການກ່ຽວຂ້ອງ ພ້ອມດ້ວຍອະດີດການນໍາພັກ-ລັດ, ຜູ້ຕາງໜ້າຈາກບັນດາແຂວງທີ່ຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາມາຈາກຄະນະວິທະນາສາດສັງຄົມ ມຊ ເຂົ້າຮ່ວມ.

ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ການສໍາມະນາວິທະຍາສາດລະດັບຊາດ ກ່ຽວກັບຊີວິດ ແລະ ການເຄື່ອນ ໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ເພາະວ່າພວກເຮົາ ຈະໄດ້ພ້ອມກັນ ຄົ້ນຄວ້າ, ສຶກສາ, ຮຽນຮູ້ກ່ຽວກັບຄຸນງາມຄວາມດີ, ຄວາມເສຍສະຫລະ, ບົດ ຮຽນ ກໍຄື ຜົນງານອັນໃຫຍ່ຫລວງຂອງ ປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຕົນ ຕໍ່ພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເປັນຂໍ້ມູນ ແລະ ເອກະສານສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຕໍ່ໆໄປ ໄດ້ຮໍ່າຮຽນເອົາເປັນບົດຮຽນໃນການປະຕິບັດໜ້າທີ່ວຽກງານ ກໍຄື ການດຳລົງຊີວິດຂອງຕົນຕໍ່ໄປ.

ປະທານ ຄໍາໄຕ ສີພັນດອນ ຈາກຊີວິດເດັກນ້ອຍຊົນນະບົດ ທີ່ໄດ້ມີໂອກາດໄປຮຽນໜັງສື ຢູ່ວຽງຈັນ ແລະ ໄດ້ເຂົ້າເຮັດການໄປສະນີຢູ່ແຂວງຜົ້ງສາລີ, ຈາກຈິດໃຈຮັກຊາດມາຕັ້ງແຕ່ຍັງໜຸ່ມ ແລະ ການກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະ ອິດສະລະພາບມາໃຫ້ປະຊາຊົນ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ ຊຶ່ງບາງຄັ້ງກໍເກືອບເອົາຊີວິດບໍ່ລອດ, ແຕ່ດ້ວຍຄວາມເດັດດ່ຽວກ້າຫານ, ຄວາມມານະພະຍາຍາມ, ອົດທົນສູ້ຊົນ ແລະ ຄວາມເປັນເຈົ້າການປະດິດສ້າງສູງ ເພິ່ນຈຶ່ງບັນລຸອຸດົມການອັນສູງສົ່ງຂອງຕົນ ໄດ້ຢ່າງໜ້າສັນລະເສີນ. ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດ ຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ, ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວອິດສະຫລະ ກໍຄື ແນວລາວສ້າງຊາດ ນຳພາການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ລະອິດລະອ້ຽວ-ຍືດເຍື້ອຍາວນານ ກ້າວຂຶ້ນປົດປ່ອຍປະເທດຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫລັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຖືກຕ້ອງ ລວມທັງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ ທັງໄດ້ສືບຕໍ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສຳເລັດອັນສຳຄັນຫລາຍດ້ານ.

ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ, ນັກຍຸດໂທບາຍ ທີ່ມອງກວ້າງເຫັນໄກ, ມີໄຫວພິບຄ່ອງແຄ້ວ, ນິ້ມນວນ ແລະ ມີຄວາມປະດິດສ້າງສູງ ໃນການໝູນໃຊ້ແນວທາງການເມືອງ ແລະ ແນວທາງການທະຫານຂອງພັກເຮົາ ເຂົ້າກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ ຂອງການປະຕິວັດຢູ່ປະເທດເຮົາ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາ ແທດເຖິງກັບຕົວຈິງ, ທັງກຳແໜ້ນທິດສະດີ, ແນວທາງ, ທັງກຳແໜ້ນບົດຮຽນ, ພຶດຕິກຳ ແລະ ສະພາບຄວາມເປັນຈິງຂອງປະເທດ, ບໍ່ຄຳພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບຜົນງານອັນເກົ່າ, ເວລາໃດເພິ່ນກໍມີອາລົມຈິດມຸ່ງໝັ້ນ, ສະ ແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍາມໃດກໍຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ ແລະ ທັງຢາກໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກຜ່ອນຮັບອຸດໜູນບໍານານ. ແຕ່ເວລາໃດເພິ່ນກໍມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ, ບ້ານເມືອງ ກໍຄື ການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ຂອງລັດ ແລະ ການຈັດຕັ້ງຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງບໍ່ລົດລະ, ເພິ່ນໄດ້ພະຍາຍາມສືບຕໍ່ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ຢາກໃຫ້ແນວທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນ ໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດ ກັບຊີວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃນການອອກແຮງງານ ນຳພາປະຊາຊົນພັດທະນາຕົວຈິງ, ເຮັດໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ, ການກະທໍາດັ່ງກ່າວ ເພື່ອຢາກໃຫ້ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຫລື ສົ່ງບົດຮຽນໃຫ້ປະຊາຊົນເສີມຂະຫຍາຍຕໍ່ໆໄປ.

ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີບົດຄົ້ນຄວ້າທີ່ສຳຄັນ ຄື: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ຢຶດໝັ້ນແນວທາງມະຫາຊົນ, ຮັບຟັງການສະເໜີບົດ “ປະທານ ຄໍາໄຕ ສີພັນດອນ ໃນຄວາມຮູ້ສຶກຂອງລູກ, ບົດຄົ້ນຄວ້າແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວຄິດຊີ້ນໍາ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ແນວຄິດຊີ້ນໍາ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວຄິດຊີ້ນໍາ ກ່ຽວກັບການພັດທະນາເສດຖະກິດ-ການເງິນ, ແນວຄິດຊີ້ນໍາ ກ່ຽວກັບການກໍ່ສ້າງຮາກຖານການ ເມືອງຢູ່ແຂວງຈໍາປາສັກ, ແນວຄິດຊີ້ນໍາ ກ່ຽວກັບການກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່, ແນວຄິດຊີ້ນໍາ ກ່ຽວກັບວຽກງານວັດທະນະທໍາ, ແນວຄິດຊີ້ນໍາ ກ່ຽວກັບວຽກງານພົວພັນຕ່າງປະເທດ.

ຂ່າວ-ພາບ: ສຸກສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments