Saturday, July 27, 2024
Homeຂ່າວພາຍໃນສູນກາງສະຫະພັນກໍາມະບານລາວ ກຽມຫລາຍກິດຈະກຳສະຫລອງວັນສ້າງຕັ້ງ ຄົບຮອບ 68 ປີ

ສູນກາງສະຫະພັນກໍາມະບານລາວ ກຽມຫລາຍກິດຈະກຳສະຫລອງວັນສ້າງຕັ້ງ ຄົບຮອບ 68 ປີ

ໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2024) ສູນກາງສະຫະພັນກໍາມະບານລາວ ໄດ້ກະກຽມຫລາຍກິດຈະກຳສະເຫລີມສະຫລອງວັນສຳຄັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.

ເມື່ອບໍ່ດົນມານີ້ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫລງຂ່າວກ່ຽວກັບ ການສະເຫລີມສະຫລອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ ກໍຄື ວັນທີ 1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2024 ເພື່ອເປັນການແຈ້ງໃຫ້ບັນດາສະຫະພັນກໍາມະບານກະຊວງ, ອົງການ, ແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນກໍາມະບານລາວ ຕະຫລອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນໍາເອົາໄປຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ເພື່ອເປັນການສະເຫລີມສະຫລອງ ແລະ ຂ່ຳນັບຊົມເຊີຍ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ສູນກາງສະຫະພັນກໍາມະບານລາວ ໄດ້ມີກິດຈະກຳຕ່າງໆດັ່ງນີ້: ມີແຈ້ງການແນະນໍາເຖິງສະຫະພັນກໍາມະບານກະຊວງ, ອົງການ, ສະຫະພັນກໍາມະບານນະຄອນຫຼວງ, ແຂວງເພື່ອຈັດຕັ້ງການສະເຫລີມສະຫລອງວັນດັ່ງກ່າວໃຫ້ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ; ກະກຽມຈັດຕັ້ງປາຖະກະ ຖາມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານ ຄົບຮອບ 68 ປີ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາ ຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຮັບຮູ້ ແລະ ເຂົ້າໃຈ, ເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນ, ເຫັນໄດ້ການກໍາເນີດ, ເຕີບໃຫຍ່ ຂອງອົງການຈັດຕັ້ງກຳມະບານລາວ; ຈັດກິດຈະກຳຕ່າງໆເພື່ອສະເຫລີມສະຫລອງ ເປັນຕົ້ນພິທີວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ລົງໂຄສະນາປາຖະກະຖາ 2 ວັນສຳຄັນຄື ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ຂະບວນການອະນາໄມອອກແຮງງານລວມ, ແຂ່ງຂັນກິລາ (ເປຕັງ) ເພື່ອມິດຕະພາບ ຊີງຂັນປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ແລະ ກິດຈະກຳບໍລິຈາກເລືອດຊ່ວຍເຫລືອສັງຄົມ.

ຂ່າວ-ພາບ: ແສງສະຫວ່າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments