Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 25 ມັງກອນ 2024

ສະພາບອາກາດ ວັນທີ 25 ມັງກອນ 2024

ແຈ້ງເຕືອນສະພາບອາກາດໜາວເຢັນ ເວລາ 06:00 ໂມງ ປະຈໍາວັນທີ 25 ມັງກອນ 2024, ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີ ຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ສ່ວນແຂວງພາກກາງ ແລະ ພາກໃຕ້ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໃສຢູ່ແຂວງພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີ ສະຕິລະມັດລະວັງຕໍ່ສະພາບອາກາດໜາວຫລາຍທີີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ້ງຫົ່ມເຮັດໃຫ້ຮ່າງການອົບອຸ່ນຢູ່ສະເໝີ. ສໍາລັບຜູ້ທີ່ເດີນທາງ ໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາທີ່ເຮັດ ໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments