Sunday, September 8, 2024
Homeຂ່າວຕ່າງປະເທດສຳນັກຂ່າວໃຫຍ່ຂອງໂລກ ຊິນຮວາ-ເອເອຟພີ ເຊັນເອັມໂອຢູສະບັບໃໝ່

ສຳນັກຂ່າວໃຫຍ່ຂອງໂລກ ຊິນຮວາ-ເອເອຟພີ ເຊັນເອັມໂອຢູສະບັບໃໝ່

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກຂ່າວ ຊິນຮວາຂອງ ຈີນ ແລະ ສຳນັກຂ່າວ ເອເອຟພີ ຂອງຝຣັ່ງ ໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ (MOU) ແລະ ບັນລຸຂໍ້ຕົກລົງ ວ່າດ້ວຍການ ຂະຫຍາຍ ການແລກປ່ຽນ ແລະ ຄວາມຮ່ວມມື ດ້ານຕ່າງໆ ເພີ່ມເຕີມ. ທ່ານ ຟູຫົວ ຜູ້ອຳນວຍການໃຫຍ່ ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ ແລະ ທ່ານ ຟາບຣິຊ ຟຣາຍສ ປະທານ ແລະ ຫົວໜ້າຂອງ ສຳນັກຂ່າວ ເອເອຟພີ ຂອງຝຣັ່ງ ໄດ້ລົງນາມ ບົດບັນທຶກ ດັ່ງກ່າວ ຊຶ່ງເປັນການ ບັນລຸຜົນ ຄວາມຮ່ວມມື ອັນເປັນຮູບປະທຳ ຄັ້ງທຳອິດ ນັບຕັ້ງແຕ່ ການຈັດຕັ້ງ ກົນໄກການ ສົນທະນາ ແລະ ຄວາມຮ່ວມມື ລະດັບສູງ ສຳລັບ ສຳນັກຂ່າວ ລະຫວ່າງປະເທດ ລາຍໃຫຍ່ ພາຍໃຕ້ກອບ ກອງປະຊຸມ ສຸດຍອດສື່ໂລກ (WMS) ເມື່ອເດືອນ ທັນວາປີກາຍ.

ໂດຍມິດຕະພາບ ລະຫວ່າງ ສອງອົງກອນຂ່າວນີ້ ຕະຫລອດ ໄລຍະເວລາ 60 ກວ່າປີຜ່ານມາ , ໄດ້ເປັນ ສັກຂີພະຍານ ການພັດທະນາ ຄວາມສຳພັນ ລະຫວ່າງ ສອງປະເທດ , ຊຶ່ງເອເອຟພີ ເປັນໜຶ່ງ ໃນສຳນັກຂ່າວ ຕາເວັນຕົກ ກຸ່ມທຳອິດ ທີ່ສ້າງຄວາມສຳພັນ ມິດຕະພາບ ແລະ ຄວາມຮ່ວມມື ກັບຊິນຮວາ , ຊຶ່ງຊິນຮວາ ແລະ ເອເອຟພີ ໄດ້ລົງນາມ ພິທີສານ ການແລກປ່ຽນ ຂ່າວສານ ສະບັບທຳອິດ ໃນປີ 1975.

ສຳລັບ ຊິນຮວາ ຍິນດີຈະເສີມສ້າງ ການແລກປ່ຽນ ກັບເອຟທີພີ ເພີ່ມຂຶ້ນ ແລະ ມີບົດບາດ ເຊິ່ງບວກ ໃນການສົ່ງເສີມ ແຮງສະໜັບ ສະໜູນຈາກ ສາທາລະນະຊົນ ຂອງສອງປະເທດ , ຍົກລະດັບ ການປະສານງານ ແລະ ຄວາມຮ່ວມມື ເຊິ່ງຍຸດທະສາດ ລະຫວ່າງ ສປ ຈີນ ແລະ ຝຣ່ັງ ໃຫ້ເລິກເຊິ່ງ ຍິ່ງຂື້ນ, ພ້ອມທັງສົ່ງເສີມ ການພັດທະນາ ຄວາມເປັນ ຫຸ້ນສ່ວນ ເຊິ່ງຍຸດທະສາດ ຮອບດ້ານ ສປ ຈີນ-ສະຫະພາບ ເອີຣົບ.

ນອກນີ້ ທັງສອງອົງກອນ ຍັງເຫັນດີກັນວ່າ ຈະຮ່ວມຈັດງານ ນິເທດສະການ ພາບຖ່າຍ ໃນນະຄອນຫລວງ ປັກກິ່ງ ຂອງຈີນ ແລະ ນະຄອນຫລວງ ປາຣີຂອງຝຣ່ັງ ໃນປີນີ້ ເພື່ອສະເຫລີມ ສະຫລອງ ວາລະຄົບຮອບ 60 ປີ ໃນການສະຖາປະນາ ຄວາມສຳພັນ ທາງການທູດ ລະຫວ່າງ ສອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments