Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 19 ມັງກອນ 2024

ສະພາບອາກາດ ວັນທີ 19 ມັງກອນ 2024

0
317

ສະພາບອາກາດ ເວລາ 19:00 ໂມງ ວັນທີ 19 ມັງກອນ 2024, ຄວາມກົດ ດັນສູງຂອງອາກາດເຢັນຍັງປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກພັດປົກຄຸມພາກກາງ ລົງຫາ ພາກໃຕ້.

ຊຶ່ງຈະເຮັດໃຫ້ ອາກາດຍັງຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຍັງຈະມີ ຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here