Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ຈີນ-ໄທ ຮ່ວມກັນວາງສະແດງແລກປ່ຽນວັດທະນະທໍາ ຄັ້ງທໍາອິດ

ລາວ-ຈີນ-ໄທ ຮ່ວມກັນວາງສະແດງແລກປ່ຽນວັດທະນະທໍາ ຄັ້ງທໍາອິດ

ພິທີໄຂງານວາງສະແດງຜົນງານສິລະປະວິຈິດຕະກຳຂອງບັນດານັກສິລະປິນລະດັບຊາດ 3 ປະເທດ ລາວ-ຈີນ-ໄທ ຈັດຂຶ້ນໃນຕອນຄໍ່າວັນທີ 16 ມັງກອນ 2024 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍແມ່ນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດລາວພັດທະນາສິນ ຈຳກັດ ຮ່ວມກັນຈັດຂຶ້ນ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາການນໍາພັກ-ລັດຂອງລາວ, ຕາງໜ້າສະຖານທູດຈີນ ແລະ ໄທ ແລະ ແຂກຮັບເຊີນ.

ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເຜີຍແຜ່, ແລກປ່ຽນບົດຮຽນ, ປະສົບ ການ ຊຶ່ງກັນ ແລະ ກັນຂອງບັນດານັກສິລະປິນໃນການອະນຸລັກ, ຮັກສາ ແລະ ສົ່ງ ເສີມຜົນງານທາງດ້ານວິຈິດສິນໃຫ້ມີຄຸນຄ່າສູງຍິ່ງຂື້ນໄປຕາມການເວລາ, ຄຽງຄູ່ກັບການຈັດວາງສະແດງຜົນງານທາງດ້ານວິຈິດສິນໃນຄັ້ງນີ້ ຍັງມີການຈັດການປະມູນຜົນງານຂອງບັນດານັກສິລະປິນລະດັບຊາດທີ່ມີຊື່ສຽງອີກດ້ວຍ.

ໃນໂອກາດນີ້, ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ງານວາງສະແດງແລກປ່ຽນວັດທະນະທຳດ້ວຍຜົນງານສິລະປະວິຈິດຕະກຳຂອງນັກສິລະປິນລະດັບຊາດຂອງ 3 ປະເທດຄັ້ງນີ້ ແມ່ນເປັນຄັ້ງທໍາອິດທີ່ໄດ້ຈັດຂື້ນຢູ່ ສປປ ລາວ ຊຶ່ງແມ່ນຂີດໝາຍທີ່ສຳຄັນຕໍ່ການອະນຸລັກ ແລະ ພັດທະນາມູນມໍຣະດົກທາງດ້ານວິຈິດຕະກຳຂອງນັກສິລະປິນຂອງລາວ, ທັງເປັນການແລກປ່ຽນບົດຮຽນອັນລ້ຳຄ່າກ່ຽວກັບການສ້າງສັນຜົນງານ, ວິທີການຮັກສາ ແລະ ພັດທະນາຮູບແຕ້ມວິຈິດຕະກຳຈາກບັນຕານັກສິລະປິນລະດັບຊາດຂອງ ຈີນ ແລະ ໄທ, ພ້ອມນີ້, ຍັງເປັນການກະຕຸກຊຸກຍູ້ອຸດສະຫະກຳການທ່ອງ ທ່ຽວທາງວັດທະນະທໍາທີ່ມີຄຸນຄ່າຍອດຍິ່ງ ເພື່ອດຶງດູດການລົງທຶນ, ການຮ່ວມມືສາ ກົນ ເຂົ້າໃນການພັດທະນາສີມືຂອງນັກສິ ລະປິນລາວ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນໃຫ້ນັບມື້ນັບດີຂຶ້ນຕາມນະໂຍບາຍຂອງພັກ ແລະ ລັດຖະບານລາວ.

ງານວາງສະແດງແລກປ່ຽນສິລະປະຄັ້ງນີ້ ແມ່ນດໍາເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 15-17 ມັງກອນ 2024 ໂດຍມີນັກສິລະປິນຈາກ ສປປ ລາວ 24 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈຳນວນ 61 ຮູບ, ນັກສິລະປິນຈາກ ສປ. ຈີນ 9 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈຳນວນ 117 ຮູບ ແລະ ນັກສິລະບິນຈາກ ຣາຊະອານາຈັກໄທ 13 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈໍານວນ 50 ຮູບ. ບັນດາຮູບພາບທີ່ນໍາມາວາງສະແດງ ແມ່ນສ່ອງແສງໃຫ້ເຫັນຄວາມສວຍສົດງົດງາມຂອງທຳມະຊາດ, ວິຖີການດຳລົງຊີວິດ, ສັດໃນຕຳນານ, ຮູບຄົນ ແລະ ແຫຼ່ງມໍຣະດົກສະຖານຕ່າງໆ.

ໃນພິທີເປີດງານວາງສະແດງຄັ້ງນີ້ ຍັງມີພິທີມອບໃບກຽດຕິຄຸນໃຫ້ກັບສິລະປິນເຂົ້າຮ່ວມງານສະແດງ ລາວ-ຈີນ-ໄທ, ການສະແດງການແຕ້ມຮູບວິຈິດສິນພ້ອມກັນເທິງເວທີຈາກສິລະປິນແຫ່ງຊາດ ລາວ-ຈີນ-ໄທ ແລະ ການປະ ມູນພາບວິຈິດສິນ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments