Tuesday, May 14, 2024
Homeຂ່າວກິລາໂຣມ່າ ປະກາດປົດ ມູຣິນໂຢ່ ອອກຈາກຕໍາແໜ່ງ ແຕ່ງຕັ້ງ ເດ ຣອສຊີ ຂຶ້ນເປັນຜູ້ຈັດການແທນ

ໂຣມ່າ ປະກາດປົດ ມູຣິນໂຢ່ ອອກຈາກຕໍາແໜ່ງ ແຕ່ງຕັ້ງ ເດ ຣອສຊີ ຂຶ້ນເປັນຜູ້ຈັດການແທນ

ສະໂມສອນບານເຕະ ໂຣມ່າ ໄດ້ອອກຖະແຫຼງການຢືນຢັນການປົດ ໂຈເຊ່ ມູຣິນໂຢ ແລະ ທີມງານຂອງເຂົາອອກຈາກຕໍາແໜ່ງ ໂດຍມີຜົນທັນທີ.

ໂຣມ່າ ທີມດັງໃນກັນໂຊ ເຊເຣຍ ອາ ອອກມາຖະແຫຼງຂ່າວດ່ວນ ຄືການປົດ ໂຈເຊ ມູຣິນໂຢ ຄູຝຶກຊາວປອກຕຸຍການ ອອກຈາກຕໍາແໜ່ງແບບສຸດຊ໊ອກ.

ກ່ອນໜ້ານີ້ ໂຈເຊ່ ມູຣິນໂຢ ສາມາດນໍາພາທີມ ໂຣມ່າ ຄວ້າແຊັມ Conference League 2021/22 ແລະ ໃນປີຕໍ່ມາ ກໍນໍາພາທີມໄປສູ່ຮອບຊີງຊະນະເລີດ Europa League ທີ່ ບູດາແປສ, ແຕ່ເຮັດໄດ້ພຽງຮອງແຊັມ.

” ເຮົາຂໍຂອບໃຈ ໂຈເຊ່ ມູຣິນໂຢ່ ໃນນາມຂອງພວກເຮົາທຸກຄົນທີ່ ອາແອສ ໂຣມ່າ ສໍາລັບທຸກເວລາ ແລະ ຄວາມພະຍາຍາມຂອງເຂົານັບຕັ້ງແຕ່ເຂົາມາທີ່ສະໂມສອນ “

“ ເຮົາຈະມີຄວາມຊົງຈໍາທີ່ດີຕະຫຼອດການດໍາລົງຕໍາແໜ່ງຂອງເຂົາທີ່ ໂຣມ່າ ແຕ່ເຮົາເຊື່ອວ່າ ການປ່ຽນແປງທັນທີຈະເປັນປະໂຫຍດສູງສຸດຂອງສະໂມສອນ “

ເຮົາຂໍອວຍພອນໃຫ້ ໂຈເຊ່ ມູຣິນໂຢ່ ແລະ ຜູ້ຊ່ວຍຂອງເຂົາໂຊກດີກັບຄວາມພະຍາຍາມໃນອະນາຄົດ ” ສະໂມສອນອອກຖະແຫຼງການ.

ຜົນງານໃນລະດູການນີ້ຂອງ ໂຣມ່າ ບໍ່ຄ່ອຍດີປານໃດ ໃນເກມລີກ ບໍ່ຊະນະໃຜ 3 ນັດຕິດຕໍ່ກັນ ຈົນຫຼົ່ນໄປຢູ່ອັນດັບ 9 ຂອງຕາຕະລາງ.

ລວມເຖິງຍັງສ້າງສະຖິຕິເກັບຄະແນນໄດ້ໜ້ອຍທີ່ສຸດ ຫຼັງຈາກຜ່ານ 20 ນັດໃນຮອບ 21 ປີ ຫຼືນັບຕັ້ງແຕ່ລະດູການ 2002-03 ໂດຍເກັບໄດ້ພຽງ 29 ຄະແນນເທົ່ານັ້ນ ແລະ ຍັງຕົກຮອບບານເຕະ Coppa Italia ອີກດ້ວຍ.

ຫຼັງຈາກປະກາດປົດ ໂຈເຊ່ ມູຣິນໂຢ ອອກຈາກຕໍາແໜ່ງຫົວໜ້າຄູຝຶກໄປໄດ້ບໍ່ດົນ ຫຼ້າສຸດ ໂຣມ່າ ທີມດັງແຫ່ງ ກັນໂຊ່ ເຊເຣຍ ອາ ອິຕາລີ ກໍໄດ້ປະກາດແຕ່ງຕັ້ງ ດານີເອເລ ເດ ຣອສຊີ ຂຶ້ນເປັນຫົວໜ້າຄູຝຶກຄົນໃໝ່ຂອງທີມແທນ ໂດຍເຊັນສັນຍາຄຸມທີມຈົນເຖິງວັນທີ 30 ມິຖຸນາ 2024 ພ້ອມກັບມີທາງເລືອກຂະຫຍາຍສັນຍາຕໍ່ ຫາກຜົນງານເປັນທີ່ໜ້າພໍໃຈ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments