Tuesday, May 14, 2024
Homeຂ່າວກິລາໄປຕໍ່ ຫຼືພໍແຕ່ເທົ່ານີ້ ? ສື່ເປີດເຜີຍທ່າທີຫຼ້າສຸດຂອງຄະນະກໍາມະການ ເຊວຊີ ຕໍ່ "ໂປເຊດຕິໂນ"

ໄປຕໍ່ ຫຼືພໍແຕ່ເທົ່ານີ້ ? ສື່ເປີດເຜີຍທ່າທີຫຼ້າສຸດຂອງຄະນະກໍາມະການ ເຊວຊີ ຕໍ່ “ໂປເຊດຕິໂນ”

ສື່ອັງກິດ ຢືນຢັນ ຄະນະບໍລິຫານຂອງ ເຊວຊີ ຍັງຄົງໃຫ້ຄວາມໄວ້ວາງໃຈຢ່າງເຕັມທີ່ຕໍ່ ເມົາຣິຊິໂອ ໂປເຊດຕິໂນ ໂດຍບໍ່ຄິດທີ່ຈະປ່ຽນແປງເພີ່ມເຕີມອີກໃນຕະຫຼອດລະດູການນີ້ ເມື່ອຍັງຄົງເຊື່ອວ່າທີມມີອະນາຄົດໃຫ້ຈັບຕ້ອງໄດ້ ພາຍໃຕ້ການຄຸມທີມຂອງຄູຝຶກສອນ ຊາວອາກຊັງຕິນ.

ໃນປີທໍາອິດຂອງເຂົາທີ່ເຮັດວຽກໃຫ້ກັບ ເຊວຊີ ໂປເຊດຕິໂນ ຕ້ອງປະເຊີນກັບບັນຫາຂອງນັກເຕະໄດ້ຮັບບາດເຈັບຫຼາຍຄົນຕັ້ງແຕ່ເລີ່ມຕົ້ນ ລວມເຖິງຕົວໃໝ່ບາງຄົນທີ່ຍ້າຍເຂົ້າມາກໍຫຼິ້ນບໍ່ອອກ ເນື່ອງຈາກຕ້ອງການເວລາທີ່ຈະປັບຕົວເຂົ້າກັບບານເຕະອັງກິດ.

ຜົນທີ່ເກີດຂຶ້ນຄືຟອມທີ່ຂຶ້ນໆລົງໆ ໂດຍຕອນນີ້ຢູ່ອັນດັບທີ 10 ຂອງຕາຕະລາງພຣີເມຍລີກ ຫ່າງຈາກ 4 ອັນດັບສູງສຸດເກີນກວ່າ 10 ຄະແນນ ແລະ ຫຼ້າສຸດ ຫາກໍພ່າຍແພ້ແບບພິກລັອກຕໍ່ທີມລີກຮອງ ມິດເດິມສະໂບຣ 0-1 ຈົນສຸ່ມສ່ຽງຕໍ່ການຕົກຮອບຕັດເຊືອກ ຄາຣາບາວ ຄັບ.

ຢ່າງໃດກໍຕາມ The Telegraph ລະບຸວ່າ ໂປເຊດຕິໂນ ” ບໍ່ຢູ່ໃນຄວາມສ່ຽງ ” ຕໍ່ການຖືກປົດກາງອາກາດຈາກຄະນະອໍານວຍການ ເຊວຊີ ແຕ່ຢ່າງໃດ.

ຄະນະບໍລິຫານຂອງ ເຊວຊີ ຍັງພ້ອມໃຫ້ເວລາ ໂປເຊດຕິໂນ ດູແລທີມໄປຕະຫຼອດລະດູການນີ້ ເພື່ອເປັນການເຄົາລົບສັນຍາ 2+1 ປີທີ່ໄດ້ເຮັດໄວ້ນໍາກັນ ແລະ ຍັງເຊື່ອກັນວ່າ ຫາກບັນດາຕົວເຈັບທີ່ມີນັບສິບຄົນ ທະຍອຍສົມບູນກັບມາທັງໝົດແລ້ວ ຜົນງານຂອງທີມງານກໍຈະຄ່ອຍໆດີຂຶ້ນເປັນລໍາດັບ.

ລາຍງານຍັງເພີ່ມອີກວ່າ ຫາກ ໂປເຊດຕິໂນ ສາມາດນຳພາທີມຜ່ານເຂົ້າແຂ່ງຂັນໃນລາຍການສະໂມສອນເອີຣົບລາຍການໃດກໍໄດ້ໃນລະດູການໜ້າ ບໍ່ວ່າຈະມາຈາກອັນດັບໃນຕາຕະລາງ ພຣີເມຍລີກ ຫຼືຈາກໂຄຕາເຕະບານຊີງຂັນ ກໍຈະຖືວ່າລະດູການນີ້ເຂົ້າຂ່າຍປະສົບຄວາມສໍາເລັດແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments