Saturday, July 27, 2024
Homeຂ່າວໜ້າໜຶ່ງຊ້ອມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊົນລາວ ຄົບຮອບ 75 ປີ

ຊ້ອມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊົນລາວ ຄົບຮອບ 75 ປີ

ວັນທີ 15 ມັງກອນ 2024 ນີ້, ຢູ່ສະຫນາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ, ໄດ້ຊ້ອມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ໂດຍມີສະຫາຍ​ ບຸນທອງ​ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະ ນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ພົນເອກ​ ຈັນສະໝອນ​ ຈັນຍາລາດ​ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,​ ມີພາກສ່ວນທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບຊີ້ນຳ, ບັນດາກົມກອງເຫລົ່າຮົບ, ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ສຳລັບລາຍການສະແດງຜ່ານທັງໝົດມີ: ການສະແດງສິລະປະກອນ ຈາກກອງສິລະປະກອນກອງທັບ; ການສະແດງມວຍຫັດກາຍ, ມວຍສູ້ຮົບ ຈາກເຫຼົ່າຮົບສືບຂ່າວ, ເຫຼົ່າຮົບຕີພິເສດ; ການສະແດງຍຸດທະວີສູ້ຮົບບຸກຄົນ ຈາກ ກອງພັນໃຫຍ່ 11; ຍິງເປີດປ້າຍຄຳຂວັນ (ນໍ້າໃຈ 20 ມັງກອນ ໝັ້ນຍືນ) ຈາກກອງພັນຍິງປືນ 199; ການສະແດງປິດລັບຫຼອນຕີສູນບັນຊາຂອງສັດຕູຂອງເຫຼົ່າຮົບຕີພິເສດ, ການສະແດງໂດດຈ້ອງລົງດັບສູນ ສັດຕູຢູ່ແນວຫຼັງ (ທໍາລາຍກຸ່ມສາງອາວຸດຂອງສັດຕູ) ຂອງເຫຼົ່າຮົບສືບຂ່າວ ກອງພັນ 433 ສົມທົບກັບ ທະຫານອາກາດ; ການນຳໃຊ້ປືນໃຫຍ່ເຄື່ອນທີ່ 122 ມມ ແລະ ປືນ ເບແອັມ-21 ຂອງເຫຼົ່າຮົບປືນໃຫຍ່ໜ້າດີນ, ການນຳໃຊ້ລົດຕັງ T– 72 ເຄື່ອນທີ່ ແລະ ຄົງທີ່ ຍິງທຳລາຍເປົ້າໝາຍເຫຼົ່າຮົບລົດຕັງຍານເກາະ; ການນໍາໃຊ້ກຳລັງໄຟຍິງກຽມ, ເຫຼົ່າຮົບຊ່າງແສງສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ ເພື່ອປະຕິບັດບຸກຕີສັດຕູຂອງກອງພັນໃຫຍ່ 11, ການກອບກູ້ທະຫານຖືກບາດເຈັບອອກຈາກສະໜາມຂອງເຫຼົ່າຮົບເສຍາຮັກ, ການນຳໃຊ້ປືນ 57 ມມ ຍິງດັບສູນເປົ້່າໝາຍເທິງອາກາດຂອງເຫຼົ່າຮົບປ້ອງກັນອາກາດ, ການສະແດງສືບຂ່າວສະໜາມສັດຕູຫຼອນຕີທາດພິດເຄມີ ແລະ ປະຕິບັດລົບລ້າງທາດພິດໃຫ້ຄົນ ແລະ ພາຫະນະສູ້ຮົບເຫຼົ່າຮົບເຄມີ; ສະແດງການຂັບຂີລົດຕັງເອື້ອຍນ້ອງຍິງກອງພັນໃຫຍ່ 661, ນຳໃຊ້ກ້ອນກຳລັງສະແດງຮູບແຖວຄົງທີ່ ເຄື່ອນທີ່ ປະສານສຽງເສບ, ສະແດງຮູບແຖວ ເປັນຄື້ນປະສານສຽງເສບ ແລະ ສະແດງຮູບແຖວຮ້ອງເພງ ຈາກ ກອງພັນໃຫຍ່ 279 ແລະ ເຫຼົ່າຮົບທະຫານອາກາດ ນໍາໃຊ້ເຮືອບິນໂຊ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ແລະ ເນັ້ນຕື່ມໃຫ້ ເອົາໃຈສຶກສາຄົ້ນຄວ້າ ແລະ ປົກປັກສາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວໃຫ້ດີຂຶ້ນເລື້ອຍໆ.

ໂດຍ: ລຸນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments