Home ຂ່າວພາຍໃນ ການແຂ່ງຂັນ ກິລາການທະຫານ ແລະ ກິລາມວນຊົນ ຄັ້ງທີ III ທົ່ວກອງທັບອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ການແຂ່ງຂັນ ກິລາການທະຫານ ແລະ ກິລາມວນຊົນ ຄັ້ງທີ III ທົ່ວກອງທັບອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

0

ການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວກອງທັບ ຄັ້ງທີ III ຂໍ່ານັບຮັບຕ້ອນວັນສ້າງກອງທັບ ຄົບຮອບ 75 ປີ ຊິງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 13 ມັງກອນ 2024 ທີ່ສະຫນາມກິລາກອງທັບ ຫລັກ 5, ພາຍຫລັງທີ່ໄດ້ດຳເນີນການແຂ່ງຂັນມາເປັນເວລາ 8 ວັນ (5 – 13 ມັງກອນ 2024), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາກົມກອງ, ຄູເຝິກ, ນັກກິລາ ຕະຫລອດຮອດ ນາຍ ແລະ ພົນທະຫານ, ເຂົ້າຮ່ວມ.

ການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ຄັ້ງນີ້ , ໄດ້ສໍາເລັດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເປັນກິດຈະກຳຫນຶ່ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ( 20/1/1949 – 20/1/2024) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ.

ການແຂ່ງຂັນໃນນີ້ມີ 6 ເຂດ 38 ກົມກອງເຂົ້າຮ່ວມ, ເຊິ່ງຜົນການແຂ່ງຂັນ ປະເພດກິລາການທະຫານ-ນັກຮົບແຂງແຮງປະເພດບຸກຄົນ ຊະນະເລີດ ສະຫາຍ ວາທີ ຄຳຫຼ້າ ສາມະວົງ ຈາກກອງພັນໃຫຍ່ 11, ຮອງຊະນະເລີດສະຫາຍ ວາທີ ຄຳປິງ ເມກວັນທອງ ຈາກກອງພົນທີ 1 ແລະ ອັນດັບທີ 3 ສະຫາຍ ວາທີ ໄຊ ເທມະລາດ ຈາກກອງພົນທີ 4, ປະເພດກິລາການທະຫານສົມທົບປະເພດບຸກຄົນ ຊະນະເລີດ ສະຫາຍ ວາທີ ສົມຍົດ ໄຊຍະສອນ ຈາກກອງພັນໃຫຍ່ 941, ຮອງຊະນະເລີດ ສະຫາຍ ສິບເອກ ຊົວທໍ່ ຈື່ກາທໍ່ ຈາກກອງພັນ 941, ອັນດັບທີ 3 ສະຫາຍ ຮ້ອຍໂທ ລັດສະໝີ ບົວມະນີວັນ ຈາກກອງພັນໃຫຍ່ 661, ປະເພດກິລາການທະຫານແລ່ນມ້າງປະກອບອາວຸດ ປືນອາກາ 400 ແມັດ ປະເພດບຸກຄົນ ຊະນະເລີດ ສະຫາຍ ວາທີ ຫັດສະດົງ ຈາກກອງບັນຊາການທະຫານແຂວງອັດຕະປື, ຮອງຊະນະເລີດ ສະຫາຍຮ້ອຍຕີ ຍົກ ອິນທະສອນ ຈາກກົມໃຫຍ່ເສນາທິການກອງທັບແລະ ອັນດັບ 3 ສະຫາຍ ສິບເອກ ວຽງແພງ ຄຳພອນ ຈາກກອງພົນທີ 1, ປະເພດກິລາການທະຫານແລ່ນຜ່ານສິ່ງກີດຂວາງ 4X50 ແມັດ ປະເພດບຸກຄົນ ຊະນະເລີດ ສະຫາຍ ສິບເອກ ສີນ ສີບຸນທຳ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ຮອງຊະນະເລີດ ສະຫາຍ ວາທີ ສີສຸລີນ ອິນທະວົງ ຈາກກອງພົນທີ 5 ແລະ ອັນດັບ 3 ສະຫາຍ ສິບເອກ ທິນນະວົງ ລັດຕະນະວັນໄທ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ກິລາການທະຫານ ນັກຮົບແຂງແຮງປະເພດລວມໝູ່ ຊະນະເລີດ ກອງພົນທະທີ 4, ຮອງຊະນະເລີດ ກອງພົນທີ 1 ແລະ ອັນດັບ 3 ກອງພັນໃຫຍ່ 941, ປະເພດກິລາການທະຫານສົມທົບປະເພດລວມໝູ່ ຊະນະເລີດ ກອງພັນໃຫຍ່ 941, ຮອງຊະນະເລີດ ກອງບັນຊາການທະຫານແຂວງເຊກອງ ແລະ ອັບດັບ 3 ກອງບັນຊາການທະຫານແຂວງຫົວພັນ, ກິລາການທະຫານແລ່ນມ້າງປະກອບອາວຸດ ປືນອາກາ 400 ແມັດ ປະເພດລວມໝູ່ ຊະນະເລີດ ກົມໃຫຍ່ເສນາທິການ, ຮອງຊະນະເລີດ ກອງບັນຊາການທະຫານແຂວງອັດຕະປື ແລະ ອັນດັບ 3 ກອງພັນໃຫຍ່ 661, ກິລາການທະຫານແລ່ນຜ່ານສິ່ງກີດຂວາງປະເພດລວມໝູ່ ຊະນະເລີດ ກອງບັນຊາການທະຫານແຂວງໄຊຍະບູລີ, ຮອງຊະນະເລີດ ກອງພົນທີ 5 ແລະ ອັບດັບ 3 ກອງພັນໃຫຍ່ 661.

ສ່ວນກິລາມວນຊົນ ປະເພດ ກະຕໍ້ຫວາຍ ຊະນະເລີດ ກົມໃຫຍ່ເສນາທິການກອງທັບ, ຮອງຊະນະເລີດ ກົມໃຫຍ່ເຕັກນິກກອງທັບ, ອັບດັບ 3 ກົມໃຫຍ່ພະລາທິການກອງທັບ ແລະ ອັບດັບ 4 ກອງພົນທີ 5 , ກິລາເປຕັງ ຊະນະເລີດ ກອງບັນຊາການທະຫານແຂວງຫຼວງພະບາງ, ຮອງຊະນະເລີດ ກົມໃຫຍ່ພະລາທິການກອງທັບ, ອັນດັບ 3 ກອງບັນຊາການທະຫານແຂວງສາລະວັນ ແລະ ອັບດັບ 4 ກອງບັນຊາການທະຫານແຂວງອຸດົມໄຊ, ກິລາບານສົ່ງຊາຍ ຊະນະເລີດ ກົມໃຫຍ່ເສນາທິການກອງທັບ, ຮອງຊະນະເລີດ ກອງພົນທີ 4 , ອັບດັບ 3 ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ອັບດັບ 4 ວິທະຍາຄານ ນາຍທະຫານບົກ ກົມມະດຳ, ກິລາບານສົ່ງຍິງ ຊະນະເລີດ ກົມໃຫຍ່ການເມືອງກອງທັບ, ຮອງຊະນະ ເລີດ ກົມວິທະຍາສາດ-ປະຫວັດສາດການທະຫານ, ອັບດັບ 3 ກົມໃຫຍ່ເສນາທິການກອງທັບ ແລະ ອັບດັບ 4 ກອງພັນໃຫຍ່ 702, ກິລາເຕະບານຊາຍ ຊະນະເລີດ ກອງພັນໃຫຍ່ລົດຕັງຍານເກາະ 661, ຮອງຊະນະເລີດ ກົມ 213, ອັບດັບ 3 ກອງບັນຊາການທະຫານແຂວງຈຳປາສັກ ແລະ ອັນດັບ 4 ກອງບັນຊາການທະຫານແຂວງໄຊສົມບູນ.

ໂດຍ: ບຸນຊູ ໄຊຍະເພັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version