Home ບຸນປະເພນີ ສະເຫຼີມສະຫຼອງປີໃໝ່ຂອງຊົນເຜົ່າມົ້ງ (ນໍ່ເປເຈົ່າ) ບ້ານນາເລົາ ຫຼັກ52 ເມືອງໂພນໂຮງ

ສະເຫຼີມສະຫຼອງປີໃໝ່ຂອງຊົນເຜົ່າມົ້ງ (ນໍ່ເປເຈົ່າ) ບ້ານນາເລົາ ຫຼັກ52 ເມືອງໂພນໂຮງ

0

ວັນທີ 12 ມັງກອນ 2024 ທີບ້ານ ຫຼັກ52 ເມືອງໂພນໂຮງ ຈັດພິທີເປີດງານບຸນສະເຫຼີມສະຫຼອງປີໃໝ່ຂອງຊົນເຜົ່າມົ້ງ (ນໍ່ເປເຈົ່າ) ບ້ານ 52 ເມືອງໂພນໂຮງ ແຂວງວຽງຈັນ ໂດຍມີຄະນຳຂັ້ນແຂວງ ເມືອງ ບັນດາຫົວໜ້າຮອງຫົວໜ້າພະແນກ ນັກທຸລະກິດ ພໍ່ແມ່ປະຊາຊົນບ້ານນາເລົາ ຫຼັກ52 ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.

ໃນພິທີ່ທ່ານ ຈັນເພງຊົ່ງ ຕາງຫນ້າ ຄະນະແນວໂຮມບ້ານໄດ້ໃຫ້ຮູ້ວ່າ: ບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເປັນສັນຍາລັກແຫ່ງຄວາມສາມັກຄີ ຄວາມຜູກໝັ້ນໃນວົງສາຄະ ນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສັງສັນ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນປີໃໝ່ (ນໍເປເຈົ່າ) ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນ ທີ່ສ່ອງແສງເຖິງຮິດຄອງປະເພນີວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ ເປົ່າແຄນ ການຂັບລຳ ຍິງໜ້າເກັກ ຕີໝາກຂ່າງ ເປົ່າຂຸ່ຍ ແລະ ເປົ່າໃບໄມ້.

ຊົນເຜົ່າມົ້ງ ເປັນຊົນເຜົ່າໜຶ່ງໃນ 49 ຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດລາວ ຈັດຢູ່ໃນໝວດພາສາມົ້ງ – ອີວມຽນ ມີປະຫວັດຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ ຂອງລາວ ຊົນເຜົ່າມົ້ງມີ ພາສາຂຽນເປັນເອກະລັກຂອງຕົນເອງ ສ່ວນພາສາປາກເວົ້າມີຄວາມແຕກຕ່າງກັນເລັກໜ້ອຍ ແຕ່ສາມາດເຂົ້າໃຈເຊິ່ງກັນ ແລະ ກັນ ມີເອກະລັກທາງດ້ານ ຮີດຄອງ ປະເພນີຄວາມເຊື່ອຖື ວັດທະນະທຳຂອງຕົນເອງໄວ້ໃຫ້ ຮຸ່ນລູກ–ຮຸ່ນຫຼານ ຈົນເຖິງທຸກວັນນີ້.

ງານບຸນກິນຈຽງ ຫຼຶ (ນໍ່ເປເຈົ່າ) ຂອງຊົນເຜົ່າມົ້ງ ເພື່ອເປັນການ ສະເຫຼີມສະຫຼອງຜົນງານການ ຜະລິດໃນຮອບ 1 ປີ ທັງເປັນການ ຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ ຜູ້ເປັນພໍ່ເປັນແມ່ ແລະ ຜູ້ນຳພາໃນຕະກຸນ ເປັນໂອກາດເຕົ້າ ໂຮມພໍ່ແມ່ ຍາດຕິພີ່ນ້ອງທັງໃກ້ ແລະ ໄກ ເພື່ອຢ້ຽມຢາມ ພົບປະສ້າງສັນຄວາມສາມັກຄີ ແລະ ຮູ້ບຸນຄຸນຊຶ່ງກັນ ແລະ ກັນ ປະເພນີກິນຈຽງ ຈະຈັດເປັນ 3 ໄລຍະ ຄື: ໄລຍະທີ1 ຫົວໜ້າຄອບຄົວຈະເປັນຜູ້ປັດສິ່ງທີ່ບໍ່ດີ ຄວາມທຸກຍາກ ໃນຄອບຄົວ ແລະ ໄປສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ໃນຈຸດລວມຂອງແຕ່ລະຊິງຊາວ ໄລຍະທີ2 ແມ່ນໄລຍະທີ່ຫົວໜ້າຄອບຄົວ ໄດ້ມາເອີ້ນຂວັນຢູ່ເຮືອນໃຫ້ແຕ່ລະຄົນໃນຄອບຄົວ ໃຫ້ຢູ່ດີມີແຮງ ປັດເປົ່າສິ່ງທີ່ບໍ່ດີອອກໄປຈາກຄອບຄົວ ແລະ ມີການເຮັດພາເຂົ້າສາມັກຄີໃນຄອບຄົວ ເອີ້ນກັນວ່າ: ຈຽງໄກ່ ແລະ ໄລຍະທີ3 ແມ່ນໄລຍະພົບປະສັງສັນກັບຜູ້ເຖົ້າ-ຜູ້ແກ່ຊິງຊາວ ພົບປະສັງສັນ ລະຫວ່າງໝູ່ຄູ່ ບ່າວສາວ ໂດຍການໂຍນໝາກຄອນ ເພື່ອຜູກມັດຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.

ຕອນທ້າຍພິທີ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງໄດ້ໃຫ້ກຽດກ່າວເປີດພິທີ ພ້ອມດຽວກັນນັ້ນ ຍັງໄດ້ມີການສະແດງສີລະປະ ແລະ ສ້າງຂະບວນການກີລາ ທີ່ເປັນເອກະລັກຂອງຊົນເຜົ່າມົ້ງ ເຊັ່ນ: ຂັບລໍາເຜົ່າມົ້ງ ເປົ່າປີ່ ເປົ່າແຄນ ງົວຊົນງົວ ຕີໝາກຂ່າງ ຍິງໜ້າເກັກ ກີລາໝາກຄ່າງ ກີລາ ແຂ່ງລົດສາມລໍ້ໄມ້ ລະຫວ່າງ ບ້ານຕໍ່ບ້ານ ໂຍນໝາກຄອນ ແລະ ອື່ນໆ.

#ພາບ-ຂ່າວໂດຍ: ແສງຈັນ ຈັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version