Home ຂ່າວພາຍໃນ ກອງທັບປົດປ່ອຍປະຊາຊົນຈີນ ຢ້ຽມຢາມ ແລະ ສະແດງການບິນມິດຕະພາບ ໂອກາດສະຫລອງ 75 ປີ ວັນສ້າງຕັ້ງກອງທັບ

ກອງທັບປົດປ່ອຍປະຊາຊົນຈີນ ຢ້ຽມຢາມ ແລະ ສະແດງການບິນມິດຕະພາບ ໂອກາດສະຫລອງ 75 ປີ ວັນສ້າງຕັ້ງກອງທັບ

0

ວັນທີ 13 ມັງກອນ 2024 ນີ້, ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ຮອງຜູ້ບັນຊາການທະຫານອາກາດ, ຫົວໜ້າຫ້ອງອົບຮົມການບິນ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ພົນຕີ ຢູ ເຫີ ເຈ ຜູ້ອຳນວຍການມະວິທະຍາໄລການບິນ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມຄະນະ 68 ສະຫາຍ, ນັກບິນ 18 ສະຫາຍ, ຍົນບິນ LJ-8 ຈໍານວນ 9 ລໍາ ທີ່ມາຢ້ຽມຢາມ ແລະ ສະແດງການບິນມິດຕະພາບ ຢູ່ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນລະຫວ່າງວັນທີ 13-18 ມັງກອນ 2024 ນີ້.

ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ໄດ້ຕີລາຄາສູງ ແລະ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະດັ່ງກ່າວ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງການບິນມິດຕະພາບ ຢູ່ ສປປ ລາວ ໃນໂອກາດສະເຫລີມສະ ຫລອງ ວັນສ້າງຕັ້ງກອງກັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງສ ອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ປະເທດບ້ານໃກ້ເຮືອນຄຽງ ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ ທີ່ມີມູນເຊື້ອສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດົນນານ. ການເຄື່ອນໄຫວຢ້ຽມຢາມ ແລະ ສະແດງການບິນມິດຕະພາບຂອງຄະນະໃນຄັ້ງນີ້, ເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມ ກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ພະນັກງານ-ນັກຮົບໃນກອງ ທັບ ແລະ ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນເຂົ້າໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງກອງທັບ ແລະ ພ້ອມດຽວກັນນີ້, ຍັງເປັນການແລກປ່ຽນບົດຮຽນທາງດ້ານການບິນ ເຊິ່ງກັນ ແລະ ກັນ ອີກດ້ວຍ.

ໂອກາດນີ້, ສະຫາຍ ພົນຕີ ຢູ ເຫີ ເຈ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຂອງສະຫາຍຮອງຜູ້ບັນຊາການທະຫານອາກາດ, ພ້ອມທັງສະແດງຄວາມດີໃຈທີ່ໄດ້ນຳພາຄະນະນັກບິນ ຈາກກອງທັບປົດປ່ອຍປະຊາຊົນຈີນ ມາເຄື່ອນໄຫວສະແດງການບິນມິດຕະພາບ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວ: ສຸເວດ ສີດາຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version