Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 15 ມັງກອນ 2024

ສະພາບອາກາດ ວັນທີ 15 ມັງກອນ 2024

0

ສະພາບອາກາດ ເຊົ້າວັນທີ 15 ມັງກອນ 2024, ຄວາມກົດດັນສູງຂອງ ອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງປານກາງ, ສົມທົບກັບລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະໜາວເຢັນ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກ ຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ສ່ວນ ແຂວງພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນ ເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ.

ສໍາລັບນະຄອນຫລວງວຽງຈັນ ອາກາດຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ ແລະ ຕອນບ່າຍອາກາດຮ້ອນ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version