Saturday, July 27, 2024
Homeຂ່າວພາຍໃນVietjet, ຈະເປີດ​ຖ້ຽວ​ບິນ​ວຽງ​ຈັນ-​ໂຮ​ຈິ​ມິນ​ໃນ​ເດືອນ​ກຸມພາ​ນີ້, ພ້ອມຖືກເລືອກໃຫ້ເປັນ​ສາຍ​ການ​ບິນ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ໂດຍ AirlineRatings.

Vietjet, ຈະເປີດ​ຖ້ຽວ​ບິນ​ວຽງ​ຈັນ-​ໂຮ​ຈິ​ມິນ​ໃນ​ເດືອນ​ກຸມພາ​ນີ້, ພ້ອມຖືກເລືອກໃຫ້ເປັນ​ສາຍ​ການ​ບິນ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ໂດຍ AirlineRatings.

(ນະຄອນຫຼວງວຽງຈັນ, ວັນທີ 10 ມັງກອນ 2024) – Vietjet ໄດ້ຖືກຈັດໃຫ້ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກໃນປີ 2024 ອີກຄັ້ງໂດຍ AirlineRatings, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທົ່ວໂລກ.

ໃນການປະເມີນປະຈໍາປີ, AirlineRatings ໄດ້ຕິດຕາມກວດກາ 385 ສາຍການບິນທົ່ວໂລກ ໂດຍການພິຈາລະນາຈາກການບັນທຶກເຫດການຂອງສາຍການບິນໃນຊຸມປີທີ່ຜ່ານມານີ້, ອາຍຸຂອງເຮືອບິນ, ຜົນການກວດສອບທີ່ດໍາເນີນໂດຍອົງການການບິນພົນລະເຮືອນ, ອົງການການບິນພົນລະເຮືອນສາກົນ (ICAO) ແລະ ອົງການການບິນອື່ນໆ. Vietjet ແລະ ບັນດາຄູ່ຮ່ວມມືດ້ານລາຄາໃນໂລກໄດ້ຮັບກຽດ ຖືກຈັດຢູ່ໃນ 10 ອັນດັບຕົ້ນໆເປັນເວລາຫຼາຍປີຕິດຕໍ່ກັນ, ໄດ້ຮັບລາງວັນໃນດ້ານຄວາມປອດໄພການບິນຈາກລູກເຮືອ ແລະ ຜູ້ໂດຍສານ.

ຫົວໜ້າບັນນາທິການ AirlineRatings.com ທ່ານ Geoffrey Thomas ໃຫ້ຮູ້ວ່າ: “ການອຸທິດຕົນຂອງ Vietjet ໃນການຮັກສາວັດທະນາທຳຄວາມປອດໄພໃນທຸກດ້ານຂອງການປະຕິບັດການແມ່ນເປັນທີ່ໜ້າຊົມເຊີຍ, ໂດຍສະເພາະແມ່ນການຂະຫຍາຍເຄືອຂ່າຍການບິນຢ່າງຕັ້ງໜ້າ. ການປະຕິບັດລະບົບການຄຸ້ມຄອງຄວາມປອດໄພທີ່ເຂັ້ມແຂງ ແລະເປັນໄປຕາມກົດລະບຽບສາກົນຢ່າງເຂັ້ມງວດ ເຊິ່ງໄດ້ປະກອບສ່ວນເຂົ້າໃນຕົວຊີ້ວັດຄວາມໜ້າເຊື່ອຖືດ້ານວິຊາການທີ່ດີເລີດຂອງສາຍການບິນ. ເປັນສິ່ງທີ່ຮັບປະກັນຄວາມປອດໄພສູງສຸດໃນການປະຕິບັດງານຂອງພວກເຂົາໃນຫຼາຍປີ.”

AirlineRatings ຍັງໃຫ້ຄະແນນ Vietjet ໃນລະດັບ 7 ດາວ ເຊິ່ງເປັນອັນດັບທີ່ສູງທີ່ສຸດກ່ຽວກັບຄວາມປອດໄພດ້ານການບິນໃນໂລກໃນຫຼາຍປີຕິດຕໍ່ກັນນັບຕັ້ງແຕ່ປີ 2018 ເປັນຕົ້ນມາ.

Vietjet ​ໄດ້​ເພີ່ມ​ເຮືອບິນ​ໃໝ່​​ທີ່​ທັນ​ສະ​ໄໝ ​ແລະ ປະຢັດ​ນ້ຳມັນຢ່າງຕໍ່ເນື່ອງ, ​ໂດຍ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ເຕັກນິກ 99,72% ​ໃນ​ບັນດາ​ຜູ້​ປະກອບ​ການ​ຊັ້ນ​ນຳ​ໃນ​ພາກ​ພື້ນ ​ແລະ ​ທົ່ວ​ໂລກ. ສາຍການບິນໄດ້ລົງທຶນຢ່າງຕໍ່ເນື່ອງໃນການຝຶກອົບຮົມ, ວິສະວະກໍາເຮືອບິນ ແລະ ການບໍລິການ MRO ເພື່ອຮັບປະກັນມາດຕະຖານສູງສຸດໃນດ້ານຄວາມປອດໄພ ແລະ ຄຸນນະພາບ. ໃນການເຄື່ອນໄຫວທີ່ຜ່ານມາ, ສະຖາບັນການບິນ Vietjet (VJAA) ໄດ້ກາຍເປັນຄູ່ຮ່ວມມືການຝຶກອົບຮົມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຢ່າງເປັນທາງການ ເພື່ອຮັບປະກັນໃຫ້ກຳລັງແຮງງານມີຄຸນນະພາບສູງ. ນອກຈາກນັ້ນ, ບໍລິສັດ Vietjet ແລະ ການບິນລາວ ກໍ່ໄດ້ສົມທົບກັນຈັດຕັ້ງປະຕິບັດສູນສ້ອມແປງເຮືອບິນຢູ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ປະເທດລາວ. ການ​ຮ່ວມ​ມື​ນີ້​ໄດ້​ເສີມ​ຂະ​ຫຍາຍ​ວິ​ທີ​ການ​ຕັ້ງ​ໜ້າຂອງ​ສາຍ​ການ​ບິນ​ໃນ​ການ​ຄຸ້ມ​ຄອງ ​ບໍາ​ລຸງ-​ຮັກ​ສາ​ເຮືອ​ບິນ.

AirlineRatings ໃຫ້ຄະແນນຄວາມປອດໄພ, ຜະລິດຕະພັນໃນການບິນ, ແລະ ໄດ້ຖືກນໍາໃຊ້ໂດຍຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ ແລະ ໄດ້ກາຍເປັນມາດຕະຖານອຸດສາຫະກໍາສໍາລັບຄວາມປອດໄພ, ການຈັດອັນດັບຜະລິດຕະພັນ.

Vietjet ຈະ​ໄດ້ເປີດເສັ້ນທາງບິນກົງ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ​ຫາ ​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 25 ກຸມພາ​ນີ້ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ພຽງ 1 ຊົ່ວ​ໂມງ 45 ນາທີ​ຕໍ່​ຖ້ຽວ​ເທົ່າ​ນັ້ນ.

###

ຂໍ້ມູນເພີ່ມຕື່ມ: www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments