Sunday, September 8, 2024
Homeຂ່າວພາຍໃນໄຂກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II

ວັນທີ 10 ມັງກອນ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະແຂກຮັບເຊີນ ເຂົ້າຮ່ວມ. ທ່ານ ວົງສະຫວັນ ເທບພະຈັນ ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II, ຈະໄດ້ດຳເນີນໄປເປັນເວລາ 03 ວັນ. ເຊິ່ງຈະໄດ້ຮັບຟັງການລາຍງານໂດຍຫຍໍ້ ຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາປີ 2023, ທິດທາງແຜນການ ປະຈໍາປີ 2024; ພິຈາລະນາ ແລະຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຢູ່ແຂວງ ຫຼວງພະບາງ; ບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານ ຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກເໜືອ; ບົດລາຍງານຜົນການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ຂອງແຂວງຫຼວງພະບາງ ປະຈໍາປີ 2022; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງອົງການກວດກາລັດ ແຂວງຫຼວງພະບາງປະຈໍາປີ 2023 ແລະທິດທາງແຜນການ ປະຈໍາປີ 2024; ບົດລາຍງານ ຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫຼວງພະບາງ; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນແຂວງ; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສານປະຊາຊົນແຂວງ; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນພາກເໜືອ; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສານປະຊາຊົນພາກເໜືອ; ຮັບຟັງບົດລາຍງານການຈັດຕັ້ງປະຕິຄໍາຕັດສິນຂອງສານໃນໄລຍະຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2024 ຂອງພະແນກຍຸຕິທໍາແຂວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນແຂວງ; ຮັບຟັງການປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ໃນຖານະເປັນອົງການຕິດຕາມກວດກາ ການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ; ຕິດພັນກັບວາລະ ການດໍາເນີນກອງປະຊຸມ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ຈະໄດ້ປະກອບຄໍາຄິດຄໍາເຫັນ ໃສ່ແຕ່ລະບົດລາຍງານ ທີ່ກ່າວມານັ້ນ ແລະ ຈະໄດ້ມີການຊັກຖາມຕໍ່ບັນຫາຕ່າງໆ ທີ່ພົ້ນເດັ່ນ ເຊິ່ງເປັນຈຸດສົນໃຈຂອງຜູ້ແທນ ກໍຄືປະຊາຊົນບັນດາເຜົ່າ; ບັນດາທ່ານຕາງໜ້າອົງການປົກຄອງແຂວງ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຮັບຄໍາຊັກຖາມ ຈະຕ້ອງໄດ້ກະກຽມຄຳຕອບ ເພື່ອຂຶ້ນຊີ້ແຈງ ແລະ ອະທິບາຍ ໄປແຕ່ລະກໍລະນີ ຕາມພາລະບົດບາດ, ສິດ, ໜ້າທີ່ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ບົນພື້ນຖານເຫດຜົນ ແລະ ຄວາມເປັນຈິງທີ່ຖືກຕ້ອງ. ໂອກາດນີ້ ທ່ານໄດ້ຮຽກຮ້ອງ ມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ທັງເປັນຜູ້ທີ່ຮັບຮູ້ຮັບຟັງ ແລະ ເຫັນບັນຫາຕົວຈິງຂອງປະຊາຊົນ, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້, ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ຕໍ່ແຕ່ລະວຽກງານໃຫ້ເລິກເຊິ່ງ, ທັງຮັບປະກັນ ໃຫ້ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ສອດຄ່ອງກັບຄວາມເປັນຈິງຂອງສັງຄົມໃນປະຈຸບັນ, ເພື່ອຄວາມເປັນເອກະພາບກັນ ກ້າວໄປເຖິງການຮັບຮອງ ເອົາແຕ່ລະບັນຫາດ້ວຍຄຸນນະພາບສູງ.

ໃນໄລຍະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ໄດ້ມີການຖ່າຍທອດສຽງສົດ ຜ່ານລະບົບການກະຈາຍສຽງຂອງວິທະຍຸກະຈາຍສຽງແຂວງຫຼວງພະບາງ, ພ້ອມນີ້ ຄະນະກອງເລຂາກອງປະຊຸມ ໄດ້ກະກຽມໜ່ວຍຮັບຜິດຊອບໂທລະສັບສາຍດ່ວນ 071 156 (ໂທບໍ່ເສຍຄ່າ) ເພື່ອຮັບເອົາຄຳຄິດຄຳເຫັນ ແລະສະເໜີຈາກປະຊາຊົນ ໃນເວລາດໍາເນີນກອງປະຊຸມເລີ້ມແຕ່ມື້ເປີດ ຈົນຮອດມື້ປິດ ຈື່ງຮຽກຮ້ອງໃຫ້ທົ່ວສັງຄົມ ພ້ອມກັນຕິດຕາມຮັບຟັງ ການດຳເນີນກອງປະຊຸມຄັ້ງນີ້ ແລະປະກອບຄຳເຫັນຕຳນິຕິຊົມ ແລະສະເໜີບັນຫາໄປຍັງກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments