Saturday, July 27, 2024
Homeຂ່າວການເມືອງຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວຄົບຮອບ 75 ປີ

ຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວຄົບຮອບ 75 ປີ

ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຂຶ້ນໃນວັນທີ 9 ມັງກອນ ນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ເປັນກຽດປາຖະກະຖາຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະ ການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

ທ່ານ ພົນຕີ ສອນທອງ ພົມລາວົງ ໄດ້ຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 75 ປີຜ່ານມາບາງຕອນວ່າ: ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊ, ເຕີບໃຫຍ່ຂະຫຍາຍຕົວ 75 ປີຜ່ານມາ, ກອງທັບປະຊາຊົນລາວພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ-ລັດມອບໝາຍໃຫ້ຢ່າງສະ ຫງ່າງາມ, ຕີເອົາຊະນະຈັກກະພັດຝະລັ່ງ, ຈັກກະພັດອາເມຣິກາຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື; ປົກປັກຮັກສາ ໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ. ກອງທັບປະຊາຊົນລາວໄດ້ກຳເນີດຂຶ້ນທ່າມກາງປະເທດຊາດຖືກຈັກກະພັດລ່າເມືອງຂຶ້ນເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະ ກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ) ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນໍາແສນເຄົາລົບຮັກເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ. ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກສາປະເທດຊາດດ້ວຍນ້ຳໃຈຮັກຊາດອັນເດັດດ່ຽວໜຽວແໜ້ນຕໍ່ສູ້ບໍ່ຍອມຈໍານົນກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຈົ້າການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເຮັດໃຫ້ປະເທດຊາດມີຄວາມສະຫງົບໂດຍພື້ນຖານ ພ້ອມກັນສຸມໃສ່ປັບປຸງກໍ່ສ້າງກຳລັງເພື່ອເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ການປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນຂອງຊາດ ເອົາໃຈໃສ່ປະກອບສ່ວນປັບປຸງກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງທ່າສະໜາມສົງ ຄາມປະຊາຊົນ 3 ຂັ້ນຕິດພັນກັບວຽກງານ 3 ສ້າງຢູ່ທ້ອງຖິ່ນຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ສືບທອດມູນເຊື້ອຄວາມສາມັກຄີກັບກອງທັບປະເທດເພື່ອນມິດສາກົນ, ປະຕິບັດນະໂຍບາຍເພີ່ມມິດຫຼຸດຜ່ອນສັດຕູ, ຮັບປະ ກັນສະຖຽນລະພາບຂອງລະບອບການເມືອງ, ຮັກສາຄວາມສະຫງົບປອດໄພຕາມຊາຍແດນ.

ກອງທັບປະຊາຊົນລາວຍາມໃດກໍຈົດຈຳສະເໝີວ່າ: ການຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງແຮງ ແລະ ເປັນບ່ອນອີງອັນແໜ້ນແກ່ນຂອງຕົນ, ການເພີ່ມທະວີກ້ອນກຳລັງສາມັກຄີອັນແໜ້ນແກ່ນຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງ-ແນວຄິດລະຫວ່າງປະຊາຊົນກັບກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕູ້ມ ແລະ ການປະກອບສ່ວນຊ່ວຍເຫຼືອຢ່າງຈິງໃຈຂອງປະ ຊາຊົນລາວບັນດາເຜົ່າຕໍ່ກອງທັບນັ້ນ ເປັນກຳລັງແຮງຊະນະເລີດຂອງກອງທັບປະຕິວັດ, ແມ່ນໜຶ່ງໃນປັດໄຈຕົ້ນຕໍຕັດສິນທຸກຄວາມສຳເລັດໃນການຕໍ່ສູ້ມີໄຊ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກອງທັບເຮົາ. ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້, ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານໃນທົ່ວກອງທັບເຮົາຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນໄລຍະໃໝ່ວາງອອກ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ. ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ທີ່ເວົ້າວ່າ: “ ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments