Saturday, July 27, 2024
Homeຂ່າວກິລາໄທເກີ ວູດ ແຍກທາງຍີ່ຫໍ້ກິລາຊື່ດັງ - ຫຼັງຮ່ວມງານກັນມາ 27 ປີ

ໄທເກີ ວູດ ແຍກທາງຍີ່ຫໍ້ກິລາຊື່ດັງ – ຫຼັງຮ່ວມງານກັນມາ 27 ປີ

ໄທເກີ ວູດ ອະດີດໂປຣມືອັນດັບ 1 ຂອງໂລກ ໄດ້ຕັດສິນໃຈແຍກທາງກັບ Nike ຍີ່ຫໍ້ກິລາຊື່ດັງເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເຮັດວຽກຮ່ວມກັນມາຫຼາຍກວ່າ 27 ປີ.

ໂດຍ ໄທເກີ ວູດ ໄດ້ນໍາໃຊ້ຜະລິດຕະພັນ ແລະ ອຸປະກອນ Nike ມາຕັ້ງແຕ່ປີ 1996 ຫຼືນັບຕັ້ງແຕ່ລາວໄດ້ຫັນເປັນນັກກິລາກ໊ອຟມືອາຊີບ ດ້ວຍສັນຍາມູນຄ່າ 40 ລ້ານປອນ ກ່ອນທີ່ເຂົາຈະປະສົບຄວາມສຳເລັດຫຼວງຫຼາຍ ທັງການຄວ້າແຊັມໃຫຍ່ 15 ສະໄໝ ລວມເຖິງຂຶ້ນໄປຄອງຕໍາແໜ່ງອັນດັບ 1 ຂອງໂລກ.

ຫຼັງຈາກນັ້ນ ໄທເກີ ວູດ ກໍໄດ້ເຊັນສັນຍາເພີ່ມເຕີມກັບ Nike ອີກຫຼາຍສະບັບ ເຊິ່ງໃນນັ້ນຄືສັນຍາ 10 ປີທີ່ມີມູນຄ່າສູງເຖິງ 200 ລ້ານປອນ.

ແຕ່ບໍ່ດົນມານີ້, ນັກກ໊ອຟ ອາຍຸ 48 ປີ ຢືນຢັນວ່າ ເຂົາໄດ້ຢຸດຕິຄວາມສໍາພັນທາງທຸລະກິດກັບ Nike ຫຼັງຈາກເຮັດວຽກຮ່ວມກັນຫຼາຍກວ່າ 27 ປີເປັນທີ່ຮຽບຮ້ອຍແລ້ວ ໂດຍກ່າວວ່າ: ” 27 ປີກ່ອນ, ຂ້ອຍໂຊກດີທີ່ໄດ້ເລີ່ມຕົ້ນຄວາມຮ່ວມມືກັບໜຶ່ງໃນຍີ່ຫໍ້ທີ່ມີເອກະລັກຫຼາຍທີ່ສຸດໃນໂລກ ວັນເວລານັບຕັ້ງແຕ່ນັ້ນ ແມ່ນເຕັມໄປດ້ວຍຊ່ວງເວລາ ແລະ ຄວາມຊົງຈໍາທີ່ໜ້າອັດສະຈັນຫຼາຍ.”

ຂະນະທີ່ Nike ກໍອອກຖະແຫຼງການຂອບໃຈ ໄທເກີ ວູດ, ໂດຍລະບຸວ່າ ຮູ້ສຶກປັນກຽດທີ່ໄດ້ຮ່ວມງານກັບໜຶ່ງໃນນັກກິລາທີ່ຍິ່ງໃຫຍ່ທີ່ສຸດໃນໂລກເທົ່າທີ່ເຄີຍເຫັນມາ.

ທັງນີ້ ໄທເກີ ວູດ ກຽມເປັນເຈົ້າພາບຈັດການແຂ່ງຂັນກ໊ອຟລາຍການ ເດິະ ເຈເນຊິສ ອິນວິເດຊັ່ນແນວ ລະຫວ່າງວັນທີ 15-18 ກຸມພານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments