Saturday, July 27, 2024
Homeຂ່າວກິລາລິຂະສິດເອຊຽນ ຄັບ ຂາຍໄດ້ 201 ປະເທດທົ່ວໂລກ

ລິຂະສິດເອຊຽນ ຄັບ ຂາຍໄດ້ 201 ປະເທດທົ່ວໂລກ

ການແຂ່ງຂັນບານເຕະຊີງແຊັມອາຊີ (ເອຊຽນ ຄັບ) 2023 ຈະເລີ່ມຂຶ້ນໃນວັນທີ 12 ມັງກອນນີ້

ບົດລາຍງານຫຼ້າສຸດຈາກ AFC ລະບຸວ່າ: ປັດຈຸບັນ ລິຂະສິດເອຊຽນ ຄັບ ຂາຍໄດ້ແລ້ວ 201 ປະເທດໃນທົ່ວໂລກ ໂດຍທະວີບເອີຣົບ, ອາຟຣິກາ, ໂອຊີອານີ, ອາເມລິກາເໜືອ ແລະ ໃຕ້ ມີການຜູກມັດລິຂະສິດກວມເອົາທົ່ວທະວີບ.

ໃນຂະນະທີ່ຢູ່ໃນອາຊີ ຫາກເຮົາກວດເບິ່ງຊື່ຜູ້ຖືລິຂະສິດ ພົບວ່າໄທ ແລະ ອີຣານ ໃນຈຳນວນ 24 ປະເທດ ທີ່ຈົນເຖິງປັດຈຸບັນນີ້ຍັງບໍ່ທັນມີຜູ້ຖືລິຂະສິດລິຂະສິດເທື່ອ ໂດຍແຕ່ລະຊາດ ມີຜູ້ຖືລິຂະສິດດັ່ງນີ້:

• ອົດສະຕຣາລີ – 10play

• ຈີນ – IQIYI, miguvideo

• ຮົງກົງ – HOY TV

• ອິນເດຍ – SPORTS18

• ອິນໂດເນເຊຍ – MNC Media

• ອີຣັກ – AL RABIAA TV

• ຍີ່ປຸ່ນ – DAZN

• ສ ເກົາຫຼີ – TVN SPORTS, COUPANG PLAY

• ກຽກກິຊສະຖານ – KTPK CNOPT

• ມາເລເຊຍ – ASTRO

• ກາຕາ, ບາເຣນ, ຈໍແດນ, ຄູເວດ, ລີບັງ, ປາແລດສະຕິນ, ຊີຣີ, ໂອມານ – BEINSPORTS, ALKASS

• ຊາອູດິອາຣະເບຍ – SSC

• ທາຈິກິດສະຖານ – SPORT BAP3NW

• UAE – adtv

• ອຸສເບກິສຖານ – mtrk

• ຫວຽດນາມ – fptplay

ນອກຈາກນີ້ ຍັງຂາຍລິຂະສິດໄປຍັງປະເທດຕ່າງໆ ທີ່ບໍ່ໄດ້ເຂົ້າຮອບສຸດທ້າຍ ເຊັ່ນ: ກໍາປູເຈຍ, ສິງກະໂປ, ກວມ, ມຽນມາ ເປັນຕົ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments