Home ສາລະໜ້າຮູ້ ວິທີຮັກສາແຂ້ວຫຼັງຈາກຂູດຫີນປູນ

ວິທີຮັກສາແຂ້ວຫຼັງຈາກຂູດຫີນປູນ

0

ການສະສົມຫີນປູນເປັນບັນຫາໃຫຍ່ທີ່ທຳລາຍທັງເຫງືອກ ແລະ ແຂ້ວ ເຊີ່ງວິທີການທຳລາຍປູນຫີນປູນສາມາດເຮັດໄດ້ໂດຍການຖູແຂ້ວຢ່າງນ້ອຍ 2 ຄັ້ງຕໍ່ທຸກໆ ມື້ ແຕ່ກໍ່ຍັງເປັນໄປບໍ່ໄດ້ທີ່ເຮົາຈະເອົາກຳຈັດຫີນປູນອອກຈາກແຂ້ວ ນອກຈາກນີ້ການຖູແຂ້ວບໍ່ຖືກວິທີ ຫຼື ຖູແຂ້ວບໍ່ທົ່ວເຖີງ ກໍ່ສາມາດເຮັດໃຫ້ເກີດການສະສົມຂອງຫີນປູນ.

ສາເຫດຂອງຮອຍເປື້ອນຈາກຫີນປູນແມ່ນຫຍັງ?

ຫີນປູນເກີດມາຈາກເຊື້ອແບັດທີເຣັຍທີ່ມີຢູ່ທົ່ວໄປໃນປາກ ເຊີ່ງໄປເຮັດປະຕິກິລິຍາກັບເສດອາຫານທີ່ຢູ່ໃນແຂ້ວ ໃນໄລຍະທຳອິດຫີນປູນຈະມີສີຂາວ ແລະ ອ່ອນ ສາມາດທຳລາຍໄດ້ໂດຍການຖູແຂ້ວ ແຕ່ຖ້າທ່ານບໍ່ຖູແຂ້ວຂອງທ່ານໃຫ້ສະອາດ ໂດຍສະເພາະແມ່ນດ້ານໃນຂອງແຂ້ວ ຫີນປູນທີ່ອ່ອນ ຈະສະສົມລວມຕົວ ແລະ ຈັບໂຕເປັນກ້ອນແຂງຕິດຢູ່ໃນຊ່ອງແຂ້ວ ໃນຂະນະທີ່ຫີນປູນແຂງ ຄົນເຈັບຈະບໍ່ສາມາດເອົາມັນອອກດ້ວຍຕົນເອງ ຕ້ອງໄດ້ໄປຫາໝໍຂູດຫີນປູນອອກເທົ່ານັ້ນ.

ບໍ່ຂູດຫີນປູນຈະເປັນແນວໃດ?

ຖ້າວ່າຫີນປູນສະສົມເປັນເວລາດົນອາດຈະເຮັດໃຫ້ເກີດພະຍາດຫຼາຍຢ່າງເຊັ່ນ: ແຂ້ວແມງ, ເຫືອກອັກເສບ, ມີກີ່ນປາກ ເຊິ່ງສາມາດແຜ່ລາມໄປເຖິງຈຸດຂອງແຂ້ວທີ່ສູນເສຍແຂ້ວໄດ້ ລວມທັງມີຫີນປູນທີ່ສະສົມໄວ້ເປັນຈຳນວນຫຼວງຫຼາຍ ມັນຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ສຸຂະພາບໃນປາກ.

ວິທີການຫຼຸດຜ່ອນຄາບຫີນປູນ

ການຫຼຸດຄາບຫີນປູນແມ່ນເຮັດໄດ້ດ້ວຍຕົນເອງ ຄວນຖູແຂ້ວຢ່າງໜ້ອຍ 2 ເທື່ອຕໍ່ມື້ ຫຼື ຫຼາຍກວ່ານັ້ນ ແຕ່ລະເທື່ອທີ່ຖູແຂ້ວຂອງທ່ານບໍ່ຄວນຕໍ່າກວ່າ 30 ວິນາທີ ແລະ ຕ້ອງຖູແຂ້ວໃຫ້ສະອາດ ໂດຍສະເພາະແມ່ນແຂ້ວເຫຼັ້ມສຸດ ສ່ວນຫຼາຍແລ້ວເຮົາມັກຈະອະນາໄມບໍ່ຮອດ ນອກຈາກນີ້ຄວນໃຊ້ເຄື່ອງມືເຮັດຄວາມສະອາດເພີ່ມເຕີມ ເຊັ່ນ: ນໍ້າຢາບ້ວມປາກ, ໄໝຂັດແຂ້ວ ຢ່າງນ້ອຍມື້ລະ 1 ເທື່ອ ເພາະວ່າໄໝຂັດແຂ້ວ ແລະ ນໍ້າຢາບ້ວມປາກຈະຊ່ວຍເຮັດຄວາມສະອາດບ່ອນທີ່ຖູແຂ້ວບໍ່ສາມາດໄປເຖິງ ເຊິ່ງຈະຊ່ວຍຫຼຸດຜ່ອນຮອຍເປື້ອນຂອງຫີນປູນໄດ້ເຊັ່ນກັນ.

ຂູດຫີນປູນສາມາດເຮັດເອງໄດ້ ຫຼື ໄດ້ບໍ?

ຂູດຫີນປູນສາມາດເຮັດໄດ້ດ້ວຍຕົວທ່ານເອງ ເຖິງວ່າບາງຄົນໄດ້ສະສົມຮອຍເປື້ອນຫີນປູນຫຼາຍ ແລະ ເຫັນໄດ້ແຈ້ງວ່າພວກເຂົາຕ້ອງການໃຊ້ອຸປະກອນແຫຼມໆ ເພື່ອຂູດອອກເອງ ແຕ່ມັນກໍ່ເປັນອັນຕະລາຍຫຼາຍ ອາດຈະພາດໄປຖືກເຫືອກ ເຊິ່ງສາມາດເຮັດໃຫ້ມີເລືອດອອກ ຫຼື ອັກເສບໄດ້ ຄວນໃຫ້ແພດຂູດຫີນປູນໃຫ້ ຄ່າໃຊ້ຈ່າຍກໍ່ບໍ່ຫຼາຍດີກວ່າທີ່ຈະສ່ຽງເຮັດໃຫ້ຕົວທ່ານເອງເກີດມີບັນຫາເຈັບເປັນ.

ຂັ້ນຕອນການຂູດຫີນປູນ

1. ໃຫ້ທັນຕະແພດກວດສຸຂະພາບປາກໂດຍລວມ ຈາກນັ້ນໃຊ້ອຸປະກອນທາງການແພດທີ່ຖືກຂ້າເຊື້ອແລ້ວແລ້ວຂູດຫີນປູນອອກຈາກແຂ້ວ ເຊີ່ງເຄື່ອງມືໃຊ້ການສັ່ນສະເທືອນເພື່ອທຳລາຍຫີນປູນບໍ່ໄດ້ທຳລາຍແຂ້ວ.

2. ໃນໄລຍະຂູດຫີນປູນ ທ່ານອາດຮູ້ສຶກເຈັບ, ສຽວແຂ້ວ ໂດຍສະເພາະຜູ້ທີ່ມີຫີນປູນ ປະລິມານຫຼາຍ ເຊິ່ງຖ້າສຽວແຂ້ວຫຼາຍສາມາດໃຫ້ໝໍປົວແຂ້ວພັກຜ່ອນກ່ອນ.

3. ເຄື່ອງມືຂູດມີສຽງດັງ ແລະ ມີການສີດພົ່ນນໍ້າພົ່ນອອກມາຕະຫຼອດ ເພື່ອຫຼຸດຄວາມຮ້ອນ ແລະ ຍັງຊ່ວຍເຮັດໃຫ້ແຂ້ວຂອງຄົນເຈັບດີຂື້ນນຳ.

4. ທັນຕະແພດຈະຄ່ອຍໆ ຂູດຫີນປູນແຕ່ລະຊີ່ຈົນຫີນປູນໝົດໄປ.

ຄຳແນະນຳຫຼັງຈາກການຂູດຫີນປູນ

ການຂູດຫີນປູນແມ່ນວຽກຂອງທັນຕະແພດທີ່ເຮັດໃຫ້ຄົນເຈັບບໍ່ເຈັບປວດ ບໍ່ມີການສີດຢາສະລົບ ໂດຍຈະໃຊ້ເຄື່ອງມືການແພດທີ່ມີແຮງສັ່ນສະເທືອນໄປຂັດຄາບຫີນປູນອອກຈາກແຂ້ວ ຫຼັງຈາກຂູດຫີນປູນອອກໝົດແລ້ວ ຄົນເຈັບຄວນຮັກສາຕົນເອງດັ່ງຕໍ່ໄປນີ້:

1. ເມື່ອຂູດຫີນປູນຮຽບຮ້ອຍແລ້ວ ທ່ານອາດຈະມີເລືອດອອກຕາມແຄມເຫືອກ ໂດຍສະເພາະຜູ້ທີ່ໄດ້ສະສົມຫີນປູນຫຼາຍ ແຕ່ວ່າຄົນເຈັບບໍ່ຄວນບ້ວນປາກ, ຖົ່ມນໍ້າລາຍເລື້ອຍໆ ເພາະມັນຈະເຮັດໃຫ້ເລືອດຢຸດໄຫຼໄດ້ຍາກ.

2. ອາການສຽວຂອງແຂ້ວ ຫຼື ລະບົບເຫືອກແມ່ນອາການທີ່ສາມາດເກີດຂື້ນໄດ້ໃນ 1-2 ອາທິດທຳອິດ ຄວນໃຊ້ຢາຖູແຂ້ວທີ່ຊ່ວຍຫຼຸດອາການສຽວຂອງແຂ້ວ.

3. ການອະນາໄມປາກ ຫຼັງຈາກເຮັດຄວາມສະອາດແຂ້ວແລ້ວ ຄົນເຈັບສາມາດເຮັດໄດ້ຕາມປົກກະຕິ ໂດຍການຖູແຂ້ວຂອງທ່ານຢ່າງໜ້ອຍມື້ລະ 2 ເທື່ອ ແລະ ຄວນເລືອກຖູ ແຂ້ວທີ່ຂົນແປງນຸ້ມອ່ອນ, ປາຍລຽວ ແລະ ແປງຖູທີ່ເຂົ້າເຖິງແຂ້ວໄດ້ດີ.

4. ໃນກໍລະນີທີ່ມີຫີນປູນຫຼາຍ ທັນຕະແພດອາດຈະບໍ່ສາມາດເຮັດຄວາມສະອາດແຂ້ວທັງ ໝົດໄດ້ເທື່ອດຽວ ຕ້ອງໄດ້ນັດໝໍເພື່ອໃຫ້ໄດ້ຮັບການປິ່ນປົວເພີ່ມເຕີມ ຄົນເຈັບຄວນໄປຕາມການນັດໝາຍ.

5. ການສະສົມຂອງຫີນປູນຍັງສາມາດເກີດຂື້ນໄດ້ອີກ ເຖິງແມ່ນວ່າເຮົາຈະຂູດຫີນປູນໄປ ແລ້ວກໍ່ຕາມ ດັ່ງນັ້ນຄົນເຈັບຄວນຈະໄດ້ຮັບການຂູດຢ່າງໜ້ອຍ ທຸກໆ 6 ເດືອນ ລວມທັງການກວດສຸຂະພາບປາກດ້ານອື່ນໆ ອີກດ້ວຍ.

ການຂູດຫີນປູນ ແມ່ນສຳຄັນຫຼາຍ ເພາະວ່າຫີນປູນແມ່ນບັນຫາຕົ້ນຕໍຂອງປາກຫຼາຍຢ່າງ ລວມທັງຫີນປູນສາມາດເກີດຂື້ນໄດ້ ເຖິງແມ່ນວ່າເຮົາຈະຖູແຂ້ວເປັນປະຈຳທຸກໆ ມື້ ສະ ນັ້ນຢ່າປ່ອຍໃຫ້ຫີນປູນຈັບຕົວໄດ້ເປັນເວລາດົນ ຄວນນັດໝາຍເພື່ອໄປພົບກັບໝໍປົວແຂ້ວເພື່ອຂູດຫີນປູນຢ່າງໜ້ອຍທຸກໆ 6 ເດືອນ ເພື່ອສຸຂະພາບທາງປາກໂດຍລວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version