Home ຂ່າວພາຍໃນ ຄະນະນຳ ອົງການໄອຍະການປະຊາຊົນ ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ

ຄະນະນຳ ອົງການໄອຍະການປະຊາຊົນ ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ

0

ໃນວັນທີ 9 ມັງກອນ 2024 , ການນໍາ ອົງການໄອຍະການປະຊາຊົນ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ອົງການໄອຍະການປະຊາຊົນສູງສຸດ ຄົບຮອບ 34 ປີ (09 ມັງກອນ 1990 ຫາ 09 ມັງກອນ 2024) ນຳໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ບັນດາທ່ານ ຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ-ນະຄອນຫລວງ ແລະ ອົງການໄອຍະການປະຊາຊົນເຂດ 4 ເຂດ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການທະຫານຂັ້ນສູງ ແລະ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ການວາງກະຕ່າດອກໄມ້ ໃນຄັ້ງນີ້, ເປັນການເຄົາລົບ, ລະນຶກເຖິງຄຸນງາມຄວາມດີອັນປະເສີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ, ທັງເປັນແບບຢ່າງທີ່ດີ ໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ. ທ່ານໄດ້ອຸທິດຊີວິດ ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງຕະຫລອດມາ. ທັງເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ນຳພາປະຊາຊົນລາວທັງຊາດ ລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກກະພັດຕ່າງດ້າວ ຈົນໄດ້ຮັບໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກ ມາສູ່ປະຊາຊົນລາວບັນດາເຜົ່າ ຕະຫລອດໄລຍະທີ່ຜ່ານມາ. ຍາມໃດປະທານ ກໍອຸທິດຕົນເພື່ອຊາດ, ເພື່ອປະຊາຊົນດ້ວຍນໍ້າໃຈບໍລິສຸດ ມີນໍ້າໃຈເດັດດ່ຽວກ້າຫານ,ດຸໝັ່ນ, ປະຢັດ, ມີທັດສະນະມະຫາຊົນສະເໝີຕົ້ນສະເໝີປາຍ, ທັງນຳພາດ້ານທິດສະດີ, ນັກວິທະຍາສາດທີ່ມີວິໄສທັດກວ້າງໄກ, ສາມາດຕີລາຄາຊັ່ງຊາສະພາບການທັງພາຍໃນ ແລະ ສາກົນໄດ້ຢ່າງແມ່ນຢຳ ແລະ ໄດ້ກາຍເປັນຜູ້ນຳທີ່ດີເດັ່ນ ແລະ ເປັນວິລະບູລຸດຂອງຊາດລາວ ທີ່ໄດ້ນຳພາປວງຊົນບັນດາເຜົ່າ ຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນໂອກາດນີ້້, ຄະນະພັກ, ຄະນະການນໍາ ອົງການໄອຍະການປະຊາຊົນສູງສຸດ ໃຫ້ຄຳໝັ້ນສັນຍາຕໍ່ທ່ານປະທານ ໄກສອນ ພົມວິຫານ ວ່າ: ຈະຕັ້ງໜ້າຮໍ່າຮຽນເອົາແບບຢ່າງທີ່ດີ ແລະ ເຕັມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັດ ແລະ ຜ່ານຜ່າທຸກຄວາມຫຍຸ້ງຍາກ ໃນການຕໍ່ສູ້ກູ້ຊາດອັນຜ່ອງໃສຂອງປະທານ ແລະ ພ້ອມກັນເດີນຕາມແນວທາງນະໂຍບາຍຂອງປະທານຕັ້ງໄວ້ ຢ່າງບໍ່ມີວັນປ່ຽນແປງ.

ຂ່າວ: ອານຸສັກ ກວາງວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version