Sunday, September 8, 2024
Homeຂ່າວກິລາຍັງຫວັງໄດ້ 2 ແຊັມ “ ແມນຢູ ” ບຸກຊະນະ “ ວິແກນ ” ໄດ້ຢ່າງງ່າຍດາຍ ແລະ...

ຍັງຫວັງໄດ້ 2 ແຊັມ “ ແມນຢູ ” ບຸກຊະນະ “ ວິແກນ ” ໄດ້ຢ່າງງ່າຍດາຍ ແລະ ກ້າວເຂົ້າສູ່ຮອບ 4 ທີມ FA Cup

ວັນທີ 9 ມັງກອນ 2024 ເຕະບານ ເອຟເອ ຄັບ ຮອບ 3 ຄູ່ສຸດທ້າຍ ວີແກນ ແອດເລຕິກ ທີມອັນດັບ 18 ຂອງລີກວັນ ເປີດສະໜາມ ດີດັບເບິນຢູ ຕ້ອນຮັບການມາຢາມຂອງ ແມນເຊັສເຕີ ຢູໄນເຕັດ ທີມອັນດັບ 8 ຂອງ ພຣີເມຍລີກ ອັງກິດ.

ເຄິ່ງເວລາທຳອິດ ແມນເຊັສເຕີ ຢູໄນເຕັດ ຂຶ້ນນໍາກ່ອນ 1-0 ໃນນາທີ 22 ມາຄັສ ແຣຊຟອດ ຜ່ານບານກັບຄືນໄປໃຫ້ກັບ ດິໂອໂກ ດາໂລ ທີ່ເກມນີ້ຍ້າຍມາຫຼິ້ນແບັກຊ້າຍອີກຄັ້ງ ແຕ່ງໜ້າເຂດໂທດ ກ່ອນປັ່ນໂຄ້ງສົ່ງບານຜ່ານແນວປ້ອງກັນ ວີແກນ ສຽບເສົາໄກເຂົ້າໄປ ກ່ອນຈົບ 45 ນາທີທຳອິດ ດ້ວຍປະຕູນີ້.

ເຄິ່ງເວລາທີ 2 ໃນນາທີ 74 ແມນເຊັສເຕີ ຢູໄນເຕັດ ມາໄດ້ລູກຈຸດໂທດ ບຣູໂນ ເຟີນັນເດສ ໂຍກຫຼົບ ລຽມ ຊໍ ແລ້ວຖືກກ່ຽວຂໍ້ຕີນ ລົ້ມລົງໃນເຂດໂທດ ກ່ອນທີ່ ບຣູໂນ ຈະລຸກຂຶ້ນມາສັງຫານເອງບໍ່ພາດ ເປັນປະຕູໜີຫ່າງ 2-0.

ເວລາທີ່ເຫຼືອ ບໍ່ມີປະຕູເພີ່ມອີກ ຈົບເກມ ແມນເຊັສເຕີ ຢູໄນເຕັດ ບຸກມາຊະນະ ວີແກນ ໄດ້ແບບບໍ່ຍາກຊາ 2-0 ຜ່ານເຂົ້າສູ່ຮອບ 4 ທີມ ຍັງມີໂອກາດລຸ້ນຄວ້າແຊັມ 2 ລາຍການໃນລະດູການນີ້. (ພຣີເມຍລີກ ແລະ ເອຟເອ ຄັບ) ຕາມທີ່ ເອຣິກ ເທນ ຮາກ ຜູ້ຈັດການຊາວໂຮນລັງ ໃຫ້ສໍາພາດກ່ອນເກມຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments