Saturday, July 27, 2024
HomeUncategorizedດັດຊະນີລາຄາອາຫານໂລກ ຫຼຸດລົງຈາກປີ 2022

ດັດຊະນີລາຄາອາຫານໂລກ ຫຼຸດລົງຈາກປີ 2022

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ເປີດເຜີຍບົດລາຍງານດັດຊະນີລາຄາອາຫານໂລກ ຊຶ່ງເປັນການປະເມີນຈາກສິນຄ້າສຳຄັນຫຼັກທີ່ມີການຊື້-ຂາຍກັນຫຼາຍທີ່ສຸດໃນໂລກປະກົດວ່າ: ຄ່າສະເລ່ຍຂອງປີ 2023 ຫຼຸດລົງ 13,7% ເມື່ອທຽບກັບສະຖິຕິຂອງປີ 2022 ໂດຍມີພຽງລາຄານໍ້າຕານຊາຍເທົ່ານັ້ນທີ່ແພງກວ່າຄ່າສະເລ່ຍຕະຫຼອດທັງໝົດປີ.

ຂະນະທີ່ດັດຊະນີລາຄາອາຫານໂລກສະເພາະເດືອນທັນວາຜ່ານມາມີຄ່າສະເລ່ຍຢູ່ທີ່ 118,5 ຫຼຸດລົງ 1,5% ຈາກເດືອນພະຈິກ ແລະ ຕ່ຳກວ່າສະຖິຕິຂອງເດືອນທັນວາ 2022 ໃນລະດັບ 10,1% ແລະ ດັດຊະນີລາຄານ້ຳຕານຊາຍໂລກ ສະເພາະເດືອນທັນວາ 2023 ຜ່ານມາ ຫຼຸດລົງ 16,6% ເມື່ອທຽບກັບສະຖິຕິຂອງເດືອນພະຈິກ. ທາງດ້ານດັດຊະນີລາຄາຊີຣຽວໂລກ ເມື່ອເດືອນທັນວາຜ່ານມາເພີ່ມຂຶ້ນ 1,5% ເມື່ອທຽບກັບເດືອນພະຈິກ ໂດຍລາຄາທັນຍາພືດເກືອບທຸກຊະນິດບໍ່ວ່າຈະເປັນເຂົ້າໂພດ, ເຂົ້າສາລີ ເຂົ້າສານ ແລະ ເຂົ້າບາເລ ລ້ວນແຕ່ປັບຕົວເພີ່ມຂຶ້ນ ເນື່ອງຈາກກຸ່ມປະເທດຜູ້ຜະລິດລາຍໃຫຍ່ຂອງໂລກຢຸດຕິ ຫຼື ຫຼຸດການສົ່ງອອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments