Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

(ສພຊ) ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນວັນທີ 3 ມັງກອນ ຜ່ານມາ, ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດປະທານກຳມາທິການກົດໝາຍ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດສະພາແຫ່ງຊາດຫວຽດນາມ ທີ່ສຳນັກງານຫ້ອງວ່າການສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ.

ໃນການພົບປະ, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຂອບໃຈບັນດາການນຳ, ພະນັກງານ-ລັດຖະກອນ ສະຖາບັນຄົ້ນຄວ້ານິຕິບັນຍັດ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວຢ່າງອົບອຸ່ນ ຊຶ່ງແມ່ນຄັ້ງທຳອິດທີ່ສະຫາຍໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນນາມຮອງປະທານສະພາແຫ່ງຊາດລາວ. ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ສະຖາບັນຄົ້ນຄວ້ານິຕິບັນຍັດບັນລຸໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປະຕິບັດວຽກງານຄົ້ນຄວ້າເພື່ອຮັບໃຊ້ວຽກງານນິຕິບັນຍັດຂອງສະພາແຫ່ງຊາດ ກໍຄືບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ; ຮອງປະທານສະພາແຫ່ງຊາດລາວ ຍັງຫວັງວ່າສະຖາບັນຄົ້ນຄວ້ານິຕິບັນຍັດຈະແບ່ງປັນປະສົບການກັບສະຖາບັນຄົ້ນຄວ້ານິຕິກໍາຂອງສະພາແຫ່ງຊາດລາວ ໂດຍສະເພາະແມ່ນປະສົບການໃນການຄົ້ນຄວ້າ, ສ້າງ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດລາວ ນັບແຕ່ໄດ້ສ້າງຕັ້ງຈົນເຖິງປັດຈຸບັນ.

ສະຫາຍ ຫງວຽນ ວັນ ຫ້ຽນ (Nguyễn Văn Hiển) ຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດທີ່ໄດ້ຕ້ອນຮັບ ສະຫາຍ ຈະເລີນ ເຢຍປາວເຮີ ແລະ ຄະນະຜູ້ແທນສະພາແຫ່ງຊາດລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກໃນຊຸມມື້ຕົ້ນປີໃໝ່ 2024 ທັງລາຍງານໂດຍຫຍໍ້ໃຫ້ຊາບວ່າ: ປັດຈຸບັນ, ສະຖາບັນຄົ້ນຄວ້ານິຕິບັນຍັດ ກໍາລັງຮັບຜິດຊອບຫົວຂໍ້ພິເສດຂັ້ນກະຊວງ ຄື: “ສະພາແຫ່ງຊາດຫວຽດນາມ 80 ປີແຫ່ງການສ້າງຕັ້ງ, ປ່ຽນແປງໃໝ່ ແລະ ພັດທະນາ” ເພື່ອຮັບຮູ້, ຕີລາຄາບັນດາຜົນສໍາເລັດ ແລະ ເຫດການສໍາຄັນທີ່ພົ້ນເດັ່ນຂອງສະພາແຫ່ງຊາດ, ສະຫຼຸບບັນດາບົດຮຽນ ແລະ ປະສົບການຂອງສະພາແຫ່ງຊາດຫວຽດນາມ ໃນຂະບວນການປະຫວັດສາດ. ສະຫາຍ ຫງວຽນ ວັນ ຫ້ຽນ ຍັງກ່າວອີກວ່າ: ປີ 2016 ສະຖາບັນຄົ້ນຄວ້ານິຕິບັນຍັດ ໄດ້ຮັບຜິດຊອບຮຽບຮຽງປຶ້ມ “ສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ສືບທອດ, ປ່ຽນແປງໃໝ່ ແລະ ພັດທະນາ” ສະຫຼຸບ ແລະ ຕີລາຄາ 70 ປີ ສະພາແຫ່ງຊາດຫວຽດນາມ ຜ່ານ 13 ຊຸດ; ສະພາແຫ່ງຊາດຫວຽດນາມ ຍັງໄດ້ຮຽບຮຽງ ແລະ ຈັດພິມບັນດາເອກະສານປະຫວັດສາດຂອງສະພາແຫ່ງຊາດເປັນປະຈຳ ແລະ ແຕ່ລະໄລຍະ ເຊັ່ນ: ເອກະສານກອງປະຊຸມສະພາແຫ່ງຊາດຄົບຊຸດ, ການດຳເນີນກອງປະຊຸມສະພາແຫ່ງຊາດ, ປຶ້ມປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ ລວມມີ 4 ເຫຼັ້ມ (ໄລຍະປີ 1946-2011).

ສະຫາຍ ຈະເລີນ ເຢຍປາວເຮີ ກ່າວຕື່ມວ່າ: ຜ່ານການລາຍງານຂອງ ຫງວຽນ ວັນ ຫ້ຽນ, ພວກຂ້າພະເຈົ້າເຫັນໄດ້ຄວາມສຳຄັນຂອງສະຖາບັນຄົ້ນຄວ້ານິຕິບັນຍັດ ໃນການຄົ້ນຄວ້າ ແລະ ຮັບໃຊ້ບັນດາການເຄື່ອນໄຫວວຽກງານນິຕິບັນຍັດຂອງສະພາແຫ່ງຊາດ. ຫວັງວ່າໃນໄລຍະຈະມາເຖິງນີ້, ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດລາວ ແລະ ສະຖາບັນຄົ້ນຄວ້ານິຕິບັນຍັດສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ການຮ່ວມມືຢ່າງແທດເຖິງຕົວຈິງ ແລະ ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການໃນການຈັດຕັ້ງ, ເຄື່ອນໄຫວ, ຄົ້ນຄວ້າວິທະຍາສາດດ້ານນິຕິກຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments