Sunday, September 8, 2024
Homeຂ່າວກິລາ“ ປາຣີ 2024 “ ຈັດອາສາສະໝັກ 45.000 ຄົນ ກຽມພ້ອມຕ້ອນຮັບນັກກິລາ

“ ປາຣີ 2024 “ ຈັດອາສາສະໝັກ 45.000 ຄົນ ກຽມພ້ອມຕ້ອນຮັບນັກກິລາ

ການແຂ່ງຂັນມະຫະກໍາກິລາໂອລິມປິກເກມສ໌ ປີ 2024 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເຊິ່ງຈະດໍາເນີນການແຂ່ງຂັນໃນລະຫວ່າງວັນທີ 26 ກໍລະກົດ – 11 ສິງຫາ ນັ້ນ.

ຫຼ້າສຸດ ” ປາຣີ 2024 ” ໄດ້ເປີດຕົວໂຄງການອາສາສະໝັກໂອລິມປິກ ແລະ ພາຣາລິມປິກ ຈໍານວນ 45.000 ຄົນຈາກທົ່ວປະເທດ ເພື່ອໃຫ້ມີສ່ວນຮ່ວມໃນການປະສົບຄວາມສໍາເລັດຂອງກິດຈະກໍາກິລາທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ໂດຍໂຄງການດັ່ງກ່າວຈະເປີດຮັບສະໝັກມາຕັ້ງແຕ່ເດືອນມີນາ 2023 ທີ່ຜ່ານມາ.

ສຳລັບງານກິລາໂອລິມປິກ ແລະ ພາຣາລິມປິກປາຣີ ອາສາສະໝັກ 45.000 ຄົນຈະເຄື່ອນຕົວໄປທົ່ວທຸກສະຖານທີ່ທາງການທັງໝົດ ລວມເຖິງສະຖານທີ່ແຂ່ງຂັນ ແລະ ສະຖານທີ່ສຳຄັນອື່ນໆ ເຊັ່ນ: ເຮືອນພັກນັກກິລາ, ສູນສື່ມວນຊົນຫຼັກ, ສະຖານທີ່ຝຶກຊ້ອມ, ສະຖານີລົດໄຟ ແລະ ສະຫນາມບິນ.

ການມອບໝາຍທີ່ອາດໄດ້ຮັບມອບໝາຍໃຫ້ອາສາສະໝັກໃນລະຫວ່າງເກມ ມີ 3 ປະເພດຫຼັກ ຄື: ການມອບໝາຍເພື່ອປັບປຸງຄຸນນະພາບຂອງປະສົບການຂອງທຸກຄົນທີ່ກ່ຽວຂ້ອງໃນເກມ, ການມອບໝາຍເພື່ອປັບປຸງປະສິດທິພາບດ້ານກິລາ ແລະ ການມອບຫມາຍເພື່ອອໍານວຍຄວາມສະດວກແກ່ອົງການຈັດຕັ້ງຂອງເກມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments