Saturday, July 27, 2024
Homeຂ່າວຕ່າງປະເທດກອງປະຊຸມຄັ້ງທີ 4 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ

ກອງປະຊຸມຄັ້ງທີ 4 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 4 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ປະທານສະພາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ສະພາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃນໄລຍະ 2021 – 2026. ເຂົ້າຮ່ວມກອງປະຊຸມ ມີທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຮອງປະທານສະພາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ; ທ່ານເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ພ້ອມດ້ວຍບັນດາສະມາຊິກອົງການຊ່ວຍວຽກໃຫ້ແກ່ສະພາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ.

ຂ່າວລະບຸວ່າ: ຕາງໜ້າໃຫ້ສະພາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ທ່ານ ຫວໍວັນເຖືອງສະເໜີວ່າ: ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການມີໜ້າທີ່ທີ່ກ່ຽວຂ້ອງ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ເຊື່ອມຊຶມ, ຕິດຕາມຢ່າງໃກ້ຊິດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ລັດຖະນະໂຍບາຍຂອງກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ລັດຖະບານຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.

ທີ່ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ປະກອບຄຳເຫັນໃສ່ຜົນງານທີ່ບັນລຸໄດ້ໃນແຕ່ລະຂົງເຂດ, ໂດຍສະເພາະແມ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດໃນໄລຍະຜ່ານມາ, ໄຈ້ແຍກ, ສະເໜີແນະເນື້ອໃນການເຄື່ອນໄຫວໜ້າທີ່ໃນປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments