Saturday, July 27, 2024
Homeຂ່າວຕ່າງປະເທດຈີນຈະຮ່ວມກັບສະມາຊິກ BRICS ຊຸກຍູ້ການຮ່ວມມື ໃຫ້ໄດ້ຮັບໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ

ຈີນຈະຮ່ວມກັບສະມາຊິກ BRICS ຊຸກຍູ້ການຮ່ວມມື ໃຫ້ໄດ້ຮັບໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບການຮັບເອົາສະມາຊິກ ໃໝ່ຂອງ BRICS. ທ່ານຫວ່າງເວີນປິ່ນກ່າວວ່າ: ພວກເຮົາມີຄວາມໝັ້ນໃຈຕໍ່ການພັດທະນາການຮ່ວມມື BRICS ໃນອະນາຄົດ. ກົນໄກການຮ່ວມມື BRICS ຜ່ານມາ 18 ປີ, ກຳລັງແຫ່ງຄວາມສາມັກຄີນັບມື້ນັບເຂັ້ມແຂງຂຶ້ນ ແລະມີບົດບາດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນກຳລັງທີ່ຕັ້ງໜ້າ, ໝັ້ນຄົງ ແລະມີລັກສະນະສ້າງສັນໃນກິດຈະການສາກົນ. BRICS ໄດ້ຂະຫຍາຍຕົວໄປເຖິງ 10 ປະເທດສະມາຊິກ ຊຶ່ງ ໝາຍເຖິງການຮ່ວມມື BRICS ມີອະນາຄົດທີ່ສົດໃສ. ປະເທດ BRICS ໄດ້ຕັດສິນໃຈຮັບເອົາສະມາຊິກ ໃໝ່ຕາມການຮ້ອງຂໍຂອງປະເທດທີ່ກ່ຽວຂ້ອງ, ແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຮ່ວມຂອງຕະຫຼາດທີ່ຈະເລີນຮຸ່ງເຮືອງໃໝ່ ແລະປະເທດພວມພັດທະນາ ແລະປະຕິບັດຕາມກະແສປະຫວັດສາດແຫ່ງການຫັນເປັນຫຼາຍຂົ້ວຂອງໂລກ. ຈີນຈະຮ່ວມກັບປະເທດສະມາຊິກ BRICS ຊຸກຍູ້ “ການຮ່ວມມື BRICS” ໃຫ້ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments