Sunday, September 8, 2024
Homeບຸນປະເພນີງານບຸນເກີຣ ບ້ານ ນາແວນ ເມືອງ ພຽງ

ງານບຸນເກີຣ ບ້ານ ນາແວນ ເມືອງ ພຽງ

ໃນວັນທີ 3 ມັງກອນ ປີນີ້, ທີ່ບ້ານໃຫຍ່ພັດທະນາ ນາແວນ ເມືອງພຽງ ແຂວງ ໄຊຍະບູລີ ໄດ້ຈັດງານບຸນ ເກີຣ ຂອງເຜົ່າກື່ມມຸ ປະຈໍາປີຂຶ້ນ, ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມພັນລະຍາ, ທ່ານ ເສີດ ແສງສຸລິນ ເຈົ້າເມືອງ-ເມືອງ ພຽງ, ມີການນໍາຂອງເມືອງ, ອໍານາດການປົກຄອງບ້ານ,ປະຊາຊົນເຂົ້າຮ່ວມ. ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກໂຮງຮຽນ ມໍສໍ ນາແວນ.

ຈາກນັ້ນ ທ່ານ ພົນ ຈັນທະລັງສີ ນາຍບ້ານ-ບ້ານໃຫຍ່ພັດທະນາ ນາແວນ ໄດ້ຂຶ້ນເລົ່າຄືນປະຫວັດຄວາມເປັນມາຂອງບຸນເກີຣເຜົ່າກື່ມມຸວ່າ: ປະຊາຊົນເຜົ່າກື່ມມຸເຄີຍຈັດງານບຸນປະເພນີປີລະເທື່ອໃນໄລຍະຕົ້ນເດືອນຈຽງ ຫາ ກາງເດືອນຍີ່, ພາຍຫຼັງທີ່ໄດ້ເກັບກ່ຽວຜົນຜະລິດລະດູຝົນສໍາເລັດ ພ້ອມທັງເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນຈະນໍາເອົາຜົນຜະລິດ ແລະ ສັດລ້ຽງຂອງຕົນມາປຸງແຕ່ງເປັນອາຫານເພື່ອລ້ຽງຜີພໍ່ແມ່ທີ່ໄດ້ລ່ວງລັບໄປແລ້ວ ແລະ ສິ່ງສັກສິດທີ່ຕົນໄດ້ເຊື່ອຖື ແລະ ໄດ້ກູລາບາສີໃຫ້ສະມາຊິກໃນຄອບຄົວເພື່ອຮັບໂຊກຮັບໄຊໃນປີໃໝ່.

ຈາກນັ້ນກໍ່ໄດ້ມີການມ່ວນຊື່ນຕາມຮີດຄອງປະເພນີເປັນຕົ້ນແມ່ນ: ການເປົ່າຕອດ, ເປົ່າປີ່, ເປົ່າແຄນ, ເຈີມຄູ່ຍິງ-ຊາຍ, ດູດເຫຼົ້າໄຫ ແລະ ອື່ນໆ, ບ້ານໃຫຍ່ ນາແວນ ມີ 806 ຄອບຄົວ, ພົນລະເມືອງ 4.443 ຄົນ, ຍິງ 2.163 ຄົນ, ແບ່ງເປັນ 79 ໜ່ວຍຄຸ້ມຄອງ, ມີ 6 ເຜົ່າຢູ່ຮ່ວມກັນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດສວນປູກພືດເສດຖະກິດ, ເຮັດນາ, ຄ້າຂາຍ ແລະ ລ້ຽງສັດ, ທົ່ວບ້ານມີເນື້ອທີ່ນາປູກເຂົ້າທັງໝົດ 84,5 ເຮັກຕາ, ຜົນຜະລິດໄດ້ 1.606 ໂຕນ, ເນື້ອທີ່ປູກພືດເປັນສິນຄ້າ 1.286 ເຮັກຕາ, ຜົນຜະລິດໄດ້ 9.956 ໂຕນ, ການຜະລິດທີ່ພົ້ນເດັ່ນແມ່ນ: ການປູກມັນຕົ້ນ, ໝາກເດືອຍ ແລະ ສາລີຫົວອາຫານສັດ, ນອກນີ້ຍັງລ້ຽງສັດໃຫຍ່ປະເພດງົວ-ຄວາຍ ມີທັງໝົດເກືອບ 300 ໂຕ, ໝູ-ແບ້ 751 ໂຕ ແລະ ສັດປີກ 7 ພັນກວ່າໂຕ, ສາມາດສ້າງລາຍຮັບໄດ້ທັງໝົດ 84,5 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 19 ລ້ານກີບຕໍ່ຄົນຕໍ່ປີ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ຮ່ວມງານ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີມຕໍ່ຜົນງານທີ່ທາງບ້ານຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໃຫ້ໝັ້ນຄົງ, ສືບຕໍ່ຮັກສາຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ, ສືບຕໍ່ສືກສາອົບຮົມປະຊາຊົນ ແລະ ລູກຫຼານພາຍໃນບ້ານໃຫ້ຮ່າງໄກຈາກຢາເສບຕິດ, ເອົາໃຈໃສ່ໃນການປົກປັກຮັກສາເສັ້ນຊາຍແດນ ແລະ ບໍ່ໃຫ້ປະຊາຊົນບຸກລຸກໃນການທໍາມາຫາກິນ, ລ້ຽງສັດໃກ້ຄຽງບໍລິເວນຊາຍແດນ, ພ້ອມດຽວກັນກໍ່ໄດ້ມອບເຄື່ອງນຸ່ງຮົ່ມເຊັ່ນ: ສົ້ງ-ເສື້ອກັນໜາວ, ຜ້າຮົ່ມ ແລະ ເກີບ ລວມມູນຄ່າທັງໝົດ 40 ລ້ານກວ່າກີບ, ເຄື່ອງດັ່ງກ່າວໄດ້ມາຈາກ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ແລະ ບໍລິສັດ ຊະນະໄຊ ກໍ່ສ້າງຄົບວົງຈອນ, ຈາກນັ້ນກໍ່ໄດ້ມີການກູລາບາສີໃຫ້ການນໍາຂອງແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments