Saturday, July 27, 2024
Homeຂ່າວດ່ວນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ມີຜູ້ເສຍຊີວິດທັງໝົດ 21 ຄົນ

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ມີຜູ້ເສຍຊີວິດທັງໝົດ 21 ຄົນ

ເທດສະການສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ໃນໄລຍະ 5 ວັນ (ນັບແຕ່ວັນທີ 29 ທັນວາ 2023-2 ມັງກອນ 2024) ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 148 ຄັ້ງ, ມີຜູ້ເສຍຊີວິດທັງໝົດ 21 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທ່ານ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ( ປກສ ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 3 ມັງກອນຜ່ານມາ, ທີ່ກົມໃຫຍ່ຕໍາຫຼວດກະຊວງ ປກສ ວ່າ: ໃນ 5 ວັນຂອງການສະຫຼອງສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024, ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 148 ຄັ້ງ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 42 ຄັ້ງ, ພາຫະນະເປ່ເພທັງໝົດ 269 ຄັນ, ຄົນໄດ້ຮັບບາດເຈັບ 227 ຄົນ ແລະ ເສຍຊີວິດ 21 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມີຍອດຜູ້ເສຍຊີວິດຫຼຸດລົງ 5 ຄົນ.

ສໍາລັບແຂວງທີ່ມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ ໃນໄລຍະສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ປະກອບມີ: ນະຄອນຫຼວງວຽງຈັນເກີດຂຶ້ນ 18 ຄັ້ງ, ແຂວງຈຳປາສັກ 17 ຄັ້ງ, ແຂວງວຽງຈັນ 16 ຄັ້ງ, ແຂວງສະຫວັນນະເຂດ 13 ຄັ້ງ, ແຂວງຄໍາມ່ວນ 11 ຄັ້ງ, ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ປະກອບມີ: ນະຄອນ ຫຼວງວຽງຈັນເສຍຊີວິດ 6 ຄົນ, ແຂວງຄໍາມ່ວນ 3 ຄົນ, ແຂວງວຽງຈັນ 2 ຄົນ, ແຂວງບໍລິຄໍາໄຊ 2 ຄົນ, ແຂວງຫຼວງນໍ້າທາ 2 ຄົນ. ສາເຫດທີ່ພາໃຫ້ເກີດອຸບັດເຫດ ຍ້ອນໃຊ້ຄວາມໄວເກີນກຳນົດ, ດື່ມເຫຼົ້າ, ບໍ່ປ່ອຍສິດ, ປ່ຽນທິດທາງກະທັນຫັນ, ຊີງບໍ່ຮັບປະກັນ, ສະພາບເຕັກນິກລົດບໍ່ຮັບປະກັນ, ບໍ່ແນບຂວາ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ.

ຂ່າວ: ຈັນສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments