Saturday, July 27, 2024
Homeຂ່າວຕ່າງປະເທດໜີ້ສິນລັດຖະບານ ສ.ອາເມລິກາ ມີເຖິງ 34.000 ຕື້ໂດລາ ເປັນຄັ້ງທຳອິດ

ໜີ້ສິນລັດຖະບານ ສ.ອາເມລິກາ ມີເຖິງ 34.000 ຕື້ໂດລາ ເປັນຄັ້ງທຳອິດ

ວິທະຍຸສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ກະຊວງການເງິນ ສ.ອາເມລິກາ ໄດ້ອອກບົດລາຍງານວ່າ: ໜີ້ສິນຂອງລັດຖະບານ ສ.ອາເມລິກາ ມີເຖິງ 34.000 ຕື້ໂດລາສະຫະລັດເປັນຄັ້ງທຳອິດ. ຂ່າວສານອາເປ ຂອງ ສ.ອາເມລິກາ ລາຍງານວ່າ: ນີ້ໝາຍຄວາມວ່າ, ສ.ອາເມລິກາ ຈະຜະເຊີນໜ້າ ກັບສິ່ງທ້າທາຍດ້ານເສດຖະກິດການເມືອງໃນດ້ານການປັບປຸງແກ້ໄຂສະພາບຕິດໜີ້ ຂອງຕົນໄປອີກໃນຫລາຍປີຕໍ່ໜ້າ. ຂ່າວສານອາເປ ຍັງລາຍງານຕື່ມວ່າ: ໜີ້ສິນ ຂອງລັດຖະບານ ສ.ອາເມລິກາ ເພີ່ມຂຶ້ນເປັນ 34.000 ຕື້ໂດລາສະຫະລັດ ໄດ້ເລີ່ມຕົ້ນໄວກວ່າ ການທີ່ໄດ້ຄາດໄວ້ກ່ອນ ລ່ວງໜ້າຫລາຍປີ. ຫ້ອງການແຜນງົບປະມານ ລັດຖະສະພາ ຂອງ ສ.ອາເມລິກາ ເຄີຍຄາດຄະເນ ໃນເດືອນມັງກອນປີ 2020ວ່າ: ຍອດປະລິມານໜີ້ສິນ ຂອງລັດຖະບານ ສ.ອາເມລິກາ ຈະຫລາຍກວ່າ 34.000 ຕື້ໂດລາ ສະຫະລັດ ໃນສົກການເງິນ 2029.ແຕ່ຍ້ອນວ່າການແຜ່ລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ເສດຖະກິດ ສ່ວນຫລາຍຂອງ ສ.ອາເມລິກາ ໄດ້ຖືກຢຸດຈຶ້ງໄວ້, ຈັງຫວະ ການເຕີບໂຕ ຂອງໜີ້ສິນ ແມ່ນມາໄວກວ່າ ການຄາດໄວ້ລ່ວງໜ້າ. ພາຍໃຕ້ການນຳພາຂອງທ່ານ ໂດໂນ ທຣຳ ອະດີດປະທານາທິບໍດີ ແລະ ທ່ານ ໂຈ ໄບເດັນ ປະທານາທິບໍດີ ສ.ອາເມລິກາ ຜູ້ປັດຈຸບັນ, ໜີ້ສິນຂອງ ລັດຖະບານ ຂອງ ສ.ອາເມລິກາ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ບວກກັບ ອັດຕາເງິນເຟີ້ ເພີ່ມຂຶ້ນຢ່າງວ່ອງໄວ ໃນຂະນະທີ່ ເສດຖະກິດ ສ.ອາເມລິກາ ໄດ້ຟື້ນຕົວຄືນ ເຊິ່ງໄດ້ເຮັດໃຫ້ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ຕົ້ນທຶນໃຊ້ໜີ້ ຂອງລັດຖະບານ ກໍສູງຂຶ້ນຄູ່ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments