Saturday, July 27, 2024
Homeຂ່າວຕ່າງປະເທດສ.ເກົາຫລີ ຈະເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ສັນຕິພາບ-ຄວາມໝັ້ນຄົງທົ່ວໂລກ

ສ.ເກົາຫລີ ຈະເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ສັນຕິພາບ-ຄວາມໝັ້ນຄົງທົ່ວໂລກ

ວິທະຍຸສາກົນຫວຽດນາມ ວັນທີ 3 ມັງກອນນີ້ ທ່ານ ລິມ ໂຊ ຊຸກ (Lim Soo suk) ໂຄສົກກະຊວງການຕ່າງປະເທດ ສ.ເກົາຫລີ ເປີດເຜີຍວ່າ: ຜູ້ນຳ ສ.ເກົາຫລີ ຈະປະຕິບັດສຳເລັດບົດບາດຂອງຕົນ ໃນການຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ສ.ເກົາຫລີ ເລີ່ມຕົ້ນ ອາຍຸການ 2 ປີ ເປັນສະມາ ຊິກບໍ່ຖາວອນ ຂອງສະພາ ຄວາມໝັ້ນຄົງ ສປຊ ນັບແຕ່ປີ 2024 ນີ້. ນີ້ແມ່ນອາຍຸການທີ 3 ຂອງ ສ.ເກົາຫລີ ດ້ວຍບົດບາດເປັນສະມາຊິກ ບໍ່ຖາວອນໃນອົງການນີ້, ພາຍຫລັງ 2 ອາຍຸການ ທີ່ໄດ້ດຳເນີນ ກ່ອນໜ້ານັ້ນ ໃນປີ 1996–1997 ແລະ ໄລຍະປີ 2013 – 2014.ໄປຄຽງຄູ່ກັນນັ້ນ, ສ.ເກົາຫລີ ຈະປະກອບສ່ວນ ຊຸກຍູ້ ໂຄງການດຳເນີນງານ ທີ່ກ່ຽວຂ້ອງເຖິງ ບັນຫາແມ່ຍິງ, ບັນດາໄພນາບຂູ່ ເກີດຂຶ້ນ ໃໝ່, ໃນນັ້ນ ມີຄວາມປອດໄພທາງເຄືອຂ່າຍ ອິນເຕີເນັດ ແລະ ການປ່ຽນແປງ ຂອງດິນຟ້າອາກາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments