Wednesday, May 15, 2024
Homeທ່ອງທ່ຽວເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ທ້າຍເດືອນມັງກອນນີ້

ເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ທ້າຍເດືອນມັງກອນນີ້

ຕາມການລາຍງານຈາກ ທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງເຊກອງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 3 ມັງກອນ 2024 ວ່າ: ພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ຈະຈັດຂຶ້ນໃນທ້າຍເດືອນມັງກອນ 2024 ຕິດພັນກັບການຈັດບຸນປະເພນີ 10 ເຜົ່າ ເສົາຫລັກເມືອງ ຊຶ່ງໄດ້ກະກຽມຄວາມພ້ອມ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຕ່າງໆເຄື່ອນໄຫວຕິດຕາມ ກວດກາ, ຊຸກຍູ້ ແລະ ຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເປັນຕົ້ນ ຈັດງານປະກວດສິລະປະ-ວັນນະຄະດີ; ເຄື່ອນໄຫວເກັບກໍາ-ຂໍ້ມູນຂຶ້ນບັນຊີແຫລ່ງທ່ອງທ່ຽວ; ຊຸກຍູ້ການໂຄສະນາທ່າແຮງການທ່ອງທ່ຽວ; ຜະລິດປະຕິທິນງານບຸນປະເພນີບັນດາເຜົ່າ; ປັບປຸງຍົກລະດັບທາງການບໍລິ ການໃຫ້ແກ່ຫົວໜ່ວຍທຸລະກິດ, ຜູ້ປະກອບການສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ-ບັນເທີງ.

ທ່ານ ບຸນທົງ ຖິ່ນດອນໂຂງ ຍັງໃຫ້ຮູ້ອີກວ່າ: ສໍາລັບ ປີທ່ອງທ່ຽວລາວ 2024 ນອກຈາກບຸນປະ ເພນີ 10 ເຜົ່າ ເສົາຫລັກເມືອງແລ້ວ, ທາງແຂວງຍັງໄດ້ກຳນົດເອົາກິດຈະກໍາຕ່າງໆໃນການຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເປັນຕົ້ນ ງານບຸນຊ່ວງເຮືອເມືອງລະມາມ; ບຸນສະຫລອງຜົນສໍາເລັດຂອງເຜົ່າກະຕູບ້ານກັນດອນໃໝ່ເມືອງທ່າແຕງ; ຊ່ວງເຮືອ-ແພເມືອງດາກຈຶງ; ບຸນພາເຂົ້າໂດຍສານບ້ານຈະແຣະເມືອງກະລຶມ ແລະ ສະເຫລີມສະຫລອງວັນສ້າງ ຕັ້ງແຂວງເຊກອງ ຄົບຮອບ 40 ປີ ຊຶ່ງຄາດວ່າ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນປີ 2024 ຈໍານວນ 50 ພັນຄົນ.

ປັດຈຸບັນ, ທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນີ້, ແຫລ່ງທ່ອງທ່ຽວທໍາມະຊາດ 22 ແຫ່ງ, ວັດທະນະທໍາ 7 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ແຫລ່ງທ່ອງທ່ຽວກະສິກໍາ 4 ແຫ່ງ. ພ້ອມນີ້, ກໍຍັງມີສຖານທີ່ບໍລິການ ຄື: ໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ ແລະ ຮ້ານບັນເທີງ 2 ແຫ່ງ; ນັບແຕ່ເດືອນມັງກອນ ຫາເດືອນພະຈິກ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງທັງໝົດ 48.379 ຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 29.534 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 18.845 ຄົນ, ສາມາດສ້າງລາຍຮັບໄດ້ເກືອບ 3 ລ້ານໂດລາສະຫະລັດ.

ຂ່າວ: ສັນຍາ

ພາບ: ບູ້ສຸວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments