Saturday, July 27, 2024
Homeຂ່າວໜ້າໜຶ່ງຫວນຄືນວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ

ຫວນຄືນວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ

ພິທີປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ(9/1/ 1990/9/1/2024) ຈັດຂຶ້ນໃນວັນທີ 4 ມັງກອນ 2024 ໂດຍການປາຖະກະຖາຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຫ້ອງການ, ຄະນະນຳສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ບັນດາກົມ ແລະ ຄະນະພະແນກທັງໝົດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງການສ້າງຕັ້ງ, ການເຕີບໃຫຍ່ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນ ຕະຫລອດໄລຍະ 34 ປີຜ່ານມາ. ໃນວັນທີ 23 ພະຈິກ 1989 ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ສະບັບທຳອິດ ແລະ ປະກາດໃຊ້ໃນວັນທີ 9 ມັງກອນ 1990 ໂດຍໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງອົງການໄອຍະການປະຊາ ຊົນ ຢ່າງເປັນທາງການ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ອົງການໄອຍະການປະຊາຊົນ ໄດ້ຕັ້ງໜ້າເຄື່ອນໄຫວ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ ໃນການກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ວິສາຫະກິດ, ອົງການຈັດຕັ້ງອື່ນໆ ຂອງລັດ-ສັງຄົມ, ຄະນະກໍາມະການປົກຄອງທ້ອງຖິ່ນ, ລັດຖະກອນ ແລະ ພົນລະເມືອງລາວ. ຕະຫລອດໄລຍະ 34 ປີ ຜ່ານມາ, ອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວນັບມື້ໜັກແໜ້ນເຂັ້ມແຂງ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ຍຸຕິທຳ.

ພ້ອມກັນນັ້ນ, ທ່ານ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫລາຍດ້ານ ທີ່ອົງການໄອຍະການປະຊາຊົນ ຍາດມາໄດ້ໃນຕະຫລອດໄລຍະຫລາຍປີຜ່ານມາ ເປັນຕົ້ນ ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເປັນຢ່າງດີ ໃນຖັນແຖວພະນັກງານໄອຍະການ ໄດ້ຮັບການກໍ່ສ້າງ-ບຳລຸງ ຍົກລະດັບທາງດ້ານຄຸນທາດການເມືອງ, ວິຊາສະເພາະ, ມີທັດສະນະຫລັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ ຮັບໃຊ້ປະຊາຊົນ ດ້ວຍຄວາມໂປ່ງໃສ, ຍຸຕິທຳ ປະຕິບັດແນວ ທາງການຕ່າງປະເທດ ຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ເພີ່ມທະວີການພົວພັນຮ່ວມມືກັບ ປະເທດເພື່ອນມິດຍຸດທະສາດ, ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການ ຈັດຕັ້ງສາກົນຕ່າງໆຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນ ຢ່າງມີປະສິດທິຜົນ ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ, ເອົາໃຈໃສ່ວຽກງານກໍ່ສ້າງພັກ, ຮັບປະ ກັນປົກຄອງດ້ວຍກົດໝາຍຢ່າງສັກສິດ ເຮັດໃຫ້ສັງຄົມ ມີຄວາມສະຫງົບ, ຍຸຕິທຳ, ສີວິໄລ.

ຈາກນັ້ນ, ທ່ານ ບຸນທັນ ບຸນທະວິໄລ ກໍໄດ້ສືບຕໍ່ເຜີຍແຜ່ແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ຕື່ມອີກ.

ຂ່າວ: ໄອຍະການ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments