Sunday, September 8, 2024
Homeຂ່າວກິລານັກເຕະທີ່ມີເງິນເດືອນຖືກທີ່ສຸດໃນໂລກ ? ພຽງແຕ່ 1 ເອີໂຣ

ນັກເຕະທີ່ມີເງິນເດືອນຖືກທີ່ສຸດໃນໂລກ ? ພຽງແຕ່ 1 ເອີໂຣ

ຟາບຣິຊິໂອ ໂຣມາໂນ່ ນັກຂ່າວບານເຕະຊື່ດັງ ລາຍງານວ່າ ໄຮດຸກ ສະປລິດ ສະໂມສອນບານເຕະແຫ່ງກຣົວຊີ ເຊັນສັນຍາກັບ ນິໂຄລ່າ ຄາລິນິຊ ກອງໜ້າຊາວກຣົວຊີ ອະດີດກອງໜ້າຂອງ ແບລັກເບີນ ໂຣເວີ, ຟິອໍເຣນຕິນາ, ເອຊີ ມິລານ ກັບມາຮ່ວມທີມເດີມອີກຄັ້ງ. ຄວາມໜ້າສົນໃຈຢູ່ທີ່ມີລາຍງານວ່າ ຄາລິນິຊ ເຊັນສັນຍາຫຼິ້ນໃຫ້ກັບທີມເກົ່າຂອງເຂົາເປັນເວລາ 5 ເດືອນດ້ວຍກັນ ແລະ ໄດ້ຮັບຄ່າຈ້າງພຽງແຕ່ 1 ເອີໂຣເທົ່ານັ້ນ !

ທ່ານ ມິນດໍກາສ ນິໂຄລິຊິອຸສ ປະທານດ້ານເຕັກນິກຂອງ ໄຮດຸກ ສະປລິດ ບອກວ່າ ” ນີ້ຄືຂໍ້ຕົກລົງທີ່ງ່າຍທີ່ສຸດໃນໄລຍະ 3 ປີທີ່ຂ້ອຍເຮັດວຽກກັບ ໄຮດຸກ ແມ່ນແລ້ວ, ຄ່າເມື່ອຍ 1 ເອີໂຣ ສໍາລັບ ຄາລິນິຊ ສໍາລັບການກັບຄືນສູ່ຄວາມຮັກທີ່ແທ້ຈິງຂອງເຂົາອີກເທື່ອໜຶ່ງ.”

” ຄາລິນິຊ ມີເປົ້າໝາຍພຽງຢ່າງດຽວຄື ເພື່ອນໍາພາ ໄຮດຸກ ຄວ້າແຊັມ ແລະ ກາຍເປັນແຊັມລີກ ກຣົວຊີ ໃຫ້ໄດ້ ຫຼັງຈາກທີ່ຫ່າງຫາຍໄປດົນນານເຖິງ 19 ປີ “

ສໍາລັບ ໄຮດຸກ ສະປລິດ ປັດຈຸບັນຍັງຄອງອັນດັບໜຶ່ງໃນລີກກຣົວຊີ ມີ 41 ຄະແນນ ເຊິ່ງເດືອນພະຈິກທີ່ຜ່ານມາ ນິໂຄລ່າ ຄາລິນິຊ ໄດ້ລົມກັບຄະນະບໍລິຫານງານຂອງ ໄຮດຸກ ສະປລິດ ແລະ ລົງຝຶກຊ້ອມກັບທີມເພື່ອເອີ້ນຄວາມສົມບູນ ກ່ອນທີ່ຈັບບິກເຊັນສັນຍາ 5 ເດືອນເພື່ອຫຼິ້ນກັບທີມງານຈົນຈົບລະດູການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments