Tuesday, May 14, 2024
Homeສຶກສາສວສ ປະເມີນລັດຖະກອນ ປະຈໍາປີ 2023 ແລະ ຮັບຝັງການໂອລົມຈາກທ່ານ ຮອງລັດຖະມົນຕີ ສສກ

ສວສ ປະເມີນລັດຖະກອນ ປະຈໍາປີ 2023 ແລະ ຮັບຝັງການໂອລົມຈາກທ່ານ ຮອງລັດຖະມົນຕີ ສສກ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມປະເມີນລັດຖະກອນ ປະຈໍາປີ 2023 ແລະ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເມື່ອບໍ່ດົນຜ່ານມາ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍເປັນປະທານຮ່ວມຂອງທ່ານ ຮສ ປອ ອະນຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ວຽງທອງ ພົມມະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ມີຄະນະອໍານວຍການສະຖາບັນ ຄະນະອໍານວຍການສູນ ພະແນກ ຫົວໜ້າ-ຮອງຫົວໜ້າຂະແໜງ ໜ່ວຍງານ ແລະ ພະນັກງານວິຊາການພາຍໃນສະຖາບັນ ເຂົ້າຮ່ວມ.

ການປະເມີນລັດຖະກອນ ປະຈໍາປີ 2023 ແມ່ນໄດ້ປະເມີນທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ຄວາມຮູ້ ຄວາມສາມາດ ປະສົບການ ແລະ ຜົນສໍາເລັດໃນການປະຕິບັດວຽກງານ ເພື່ອເປັນການຕີລາຄາ ໃຫ້ເພື່ອນຮ່ວມງານພາຍໃນສູນຕາມໜ້າວຽກ ແລະ ຄວາມຮັບຜິດຊອບ ຂະນະທີ່ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແມ່ນເພື່ອເລືອກເຟັ້ນຕຳແໜ່ງ ແລະ ກຸ່ມຕໍາແໜ່ງພະນັກງານນຳພາ-ຄຸ້ມຄອງ ໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທັງເປັນການສ້າງແຜນກຳນົດ ກໍ່ສ້າງ ບໍາລຸງ ຕີລາຄາ ສັບຊ້ອນ ຈັດວາງ ແຕ່ງຕັ້ງພະນັກງານເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ ແລະ ກະຕຸກຊຸກຍູ້ໃຫ້ພະນັກງານ ສະມາຊິກພັກ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ.

ໃນຕອນບ່າຍຂອງວັັນດຽວກັນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມສະຫຼຸບແຜນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ວາງແຜນການ ປະຈໍາປີ 2024 ພ້ອມທັງຈັດພິທີອໍາລາໜ້າທີ່ເພື່ອເຂົ້າຮັບນະໂຍບາຍບໍານານຢ່າງເປັນທາງການຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ຜູ້ເກົ່າ) ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຜູ້ຊີ້ນໍາວຽກງານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

ໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ສສກ ໄດ້ເນັ້ນໜັກໃຫ້ເພີ່ມການຊີ້ນຳ ນໍາພາວຽກງານການເມືອງແນວຄິດຂອງພະນັກງານ ຄະນະນໍາແຕ່ລະຂັ້ນ ໃນການປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ ເຮັດວຽກເປັນໝູ່ຄະນະ ແລະ ມີການແບ່ງງານຢ່າງຈະແຈ້ງ ສິ່ງສຳຄັນແມ່ນໃຫ້ເນັ້ນໃສ່ຄວາມເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຍິ່ງຂຶ້ນ ເພື່ອເປັນເສນາທິການຫຼັກໃຫ້ແກ່ກະຊວງ ໃນການປັບປູງຫຼັກສູດ ຜະລີດສື່ການຮຽນການສອນ ຄົ້ນຄວ້າພາສາລາວ ສົ່ງເສີມພາສາຕ່າງປະເທດ ໂຄສະນາຂ່າວສານ ແລະ ຄົ້ນຄວ້າປະເມີນຜົນໃຫ້ມີປະສິດຕິພາບສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments